• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ.
  ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: VNA)  

ຕອນ​ບ່າ​ຍ​ວັນ​ທີ 4 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ຜູ້ຕາງ​ໜ້າ​ສະ​ຫະ​ພາບ ເອີ​ລົບ (EU) ປະ​ຈຳ ຫວຽດ​ນາມ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU-ASEAN (EU-ABC) ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ (EuroCham) ຈັດ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - EU ປິ 2026 ດ້ວຍ​ຫົວ​ຂໍ້ “ກຳ​ນົດທິດ​ອະ​ນາ​ຄົດ ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່”. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ມາດ​ຖານ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.

ທ່ານ Julien Guerrier ເອກ​ອັກ​ຄະ​ລັດ​ຖ​ະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ລົບ ປະ​ຈຳ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຍັງ​ມີ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ​ຢ່າງ, ສຸມ​ໃສ່​​ການ​ຫັນ​ເປັນ​ສີ​ຂຽວ, ເສດ​ຖະ​ກິດ​ໝູນ​ວຽນ, ພະ​ລັງ​ງານ​ທົດ​ແທນ, ການ​ຜະ​ລິດ​ແບບ​ຍືນ​ຍົງ, ການ​ບິນ​ອາ​ວະ​ກາດ, ທ່າ​ກຳ​ປັ່ນ, ການ​ຂົນ​ສົ່ງ, logistics, ທາດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ບໍ​ແຮ່​ຍຸດ​ທະ​ສາດ, ການ​ແພດ, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ ແລະ ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top