• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ (ພາບ: VNA)  

ເພີ່ມ​ພູນ​ຄູ​ນ​ສ້າງ​ຄວາ​ມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຄົມ, ສ້າງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ ແລະ ຄວາມ​ຮັບ​ຜິດ​ຊອບ​ລວມ​ຕໍ່​ບ້ານ​ເກີດ​ເມືອງນອນ​ພາຍຫຼັງ​ໂຮມ​ເຂົ້າ​ກັນ. ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢູ່​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ (18/11) ແລະ ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ (24/11) ຢູ່​ແຂວງວິງ​ລອງ, ໃນ​ຕອນ​ເຊົ້າ​ວັນ​ທີ 5 ພະ​ຈິກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ຕ້ອງ​ສ້າງວັດ​ທະ​ນະ​ທຳ​ຈາກ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ ແລະ ວິ​ທີ​ການ​ປະ​ພຶດ​ປະ​ຈຳ​ວັນ​ຂອງ​ແຕ່​ລະ​ຄ​ອບ​ຄົວ, ແຕ່​ລະ​ປະ​ຊາ​ຄົມ:

ສ້​າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ໄດ້​ເຂົ້າ​ຮ່ວມ, ມີ​ຫົ​ວ​ຄິດ​ປະ​ດິດ​ສ້າງ ແລະ ຊົມ​ໃຊ້​ວັດ​ທະ​ນະ​ທຳ. ຕ້ອງ​ເອົາ​ໃຈ​ໃສ່​ ​ຕໍ່​ເດັກ​ນ້ອຍ, ຜູ້​ອາ​ຍຸ​ສູງ, ຄົນ​ພິ​ການ, ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ໃຈ​ກາງກວ່າອີກ. ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ແມ່ນ​ໂອ​ກາດ​ເພື່ອ​ເປີດກວ້າງ​ປະ​ຕູ​ໃຫ້​ບັນ​ດາ​ກົນ​ໄກວັດ​ທະ​ນະ​ທຳ, ນຳ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ​ຫຍັບ​ໃກ້​ເຂົ້າ​ປະ​ຊາ​ຊົນ​ກວ່າ. ແຕ່​ລະ​ທ້ອງ​ຖິ່ນ ຕ້ອງ​ຄັດ​ເລືອກວິ​ທີ​ການ​ເຮັດ​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຕົນ, ລະ​ດົມ​ການ​ເຂົ້າ​ຮ່ວມ​ແບບ​ອາ​ສາ​ສະ​ໝັກ​ຂອງ​ປະ​ຊາ​ຄົມ. ພິ​ເສດ, ຕ້ອງ​ສະ​ຫງວນ​ສະ​ຖານ​ທີ່​ໃຫ້​ຄົນ​ລຸ້ນ​ໜຸ່ມ​ປະ​ດິດ​ຄິດ​ສ້າງ, ເພື່ອ​ໃຫ້​ພວກ​ນ້ອງໆ​ທັງ​ຮັບ​ເອົາ​ມໍ​ລະ​ດົກ, ທັງ​ປະ​ກອບ​ສ່ວນ​ຄຸ​ນ​ຄ່າ​ໃໝ່​ຕື່ມ​ອີກ ດ້ວຍ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ວິ​ທີ​ການ​ເຮັດຂອງ​ລຸ້ນ​ຕົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ລ້​ານ​ຊ້າງ

ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ລ້​ານ​ຊ້າງ

ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການຫັນ​ເປັນ​ສີ​ຂຽວ ແລະ ການສ້າງ​ໂຄງ​ປະ​ກອບ​ບັນ​ດາ​ລະ​ບົບ​ສະ​ໜອງ​ຄືນ ພວມ​ເປີດ​​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ເຊື່ອມ​ຕໍ່, ເຊື່ອມ​ຈອດ.

Top