• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ໃນ​ໂລກ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢ່າງ​ຄຶກ​ຄື້ນ​ມ່ວນ​ຊື່ນ

ພາຍຫຼັງການນັບຖອຍຫຼັງຕ້ອນຮັບບຸນປີໃໝ່ທີ່ເຕັມໄປດ້ວຍອາລົມຈິດ ແລະ ການຍິງບັ້ງໄຟດອກທີ່ແສງສະຫວ່າງໄປທົ່ວທ້ອງຟ້ານັ້ນ, ປະຊາຊົນຢູ່ຫຼາຍປະເທດໃນໂລກ ຍັງສືບຕໍ່ເຂົ້າຮ່ວມການເຄື່ອນໄຫວລະຫຼີ້ນບັນເທິງ ດ້ວຍຄວາມຟົດຟື້ນມ່ວນຊື່ນໃນວັນທຳອິດຂອງປີໃໝ່ 2023.
  ບັນຍາກາດຢູ່ ອາເມລິກາ ໃນມື້ທຳອິດຂອງປີໃໝ່ (ພາບ: TTXVN)  

ເຖິງວ່າອາກາດຈະໜາວແຕ່ກໍ່ບໍ່ສາມາດກີດຂວາງກະແສຜູ້ຄົນທີ່ຫຼັ່ງໄຫຼມາສູນການຄ້າ ແລະ ບ່ອນລະຫຼີ້ນບັນເທິງໃຫຍ່ຂອງນະຄອນຫຼວງ ປັກກິ່ງ, ປະເທດ ຈີນ ໃນມື້ທຳອິດຂອງປີໃໝ່ 2023. ຢູ່ໂຮງລະຄອນ, ຕະຫຼາດແຫ່ງຕ່າງໆລ້ວນແຕ່ມີຄົນຫຼັ່ງໄຫຼມາຢ່າງຄັບຄາໜາແໜ້ນ.

ຢູ່ ຍີ່ປຸ່ນ, ໃນມື້ທຳອິດຂອງປີໃໝ່, ປະຊາຊົນ ຍີ່ປຸ່ນ ພາກັນໄປວັດ, ໄປໂບດ ເພື່ອພາວະນາໃຫ້ປີໃໝ່ຈົ່ງມີແຕ່ຄວາມສະຫງົບສຸກ.

ສ່ວນຢູ່ ອາເມລິກາ ໃຕ້, ແຄມທະເລ Copacabana ຂອງ ບຣາຊີນ ຍັງແມ່ນສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນທ້ອງຖິ່ນຫຼາຍຄົນໃນໂອກາດຕົ້ນປີໃໝ່ ເພື່ອພາວະນາຂໍໃຫ້ເຈົ້າສະໝຸດ Laemanja ຈົ່ງປົກຄອງ ແລະ ປະທານບຸນພອນໄຊໃຫ້ທຸກໆຄົນ.

ໃນຮຸ່ງເຊົ້າມື້ທຳອິດຂອງປີໃໝ່, ຢູ່ເຂດຊົນນະບົດຢູ່ແບນຊິກ ຍັງຮັກສາປະເພນີທີ່ໜ້າຈັບອົກຈັບໃຈ ນັ້ນຄື “ອວຍພອນສັດລ້ຽງ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top