ຂ່າວສານ
ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ
ໝາກຜົນນີ້ບັນລຸກວ່າ 44% ເມື່ອທຽບໃສ່ເປົ້າໝາຍຂອງບັ້ນເຄື່ອນໄຫວນີ້. ສະເ
ພາະຢູ່ສວນສາທາລະນະ ເລທິຣຽງ, ໄລ່ຮອດວັນທີ 4 ຕຸລາ, ກຳລັງເຈົ້າໜ້າທີ່ທ້ອນໂຮມໄດ້ກວ່າ 700 ອັດຖິ.
ວຽກງານເກັບເອົາຕົວຢ່າງເພື່ອກວດວິໄຈ ADN ໄດ້ດຳເນີນຢູ່ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 200.000 ຂຸມ, ກວ່າ 62.000 ຂຸມບໍ່ມີເງືື່ອນໄຂພໍເພື່ອເກັບເອົາຕົວຢ່າງ. 30 ໃນຈຳນວນ 34 ແຂວງ, ນະຄອນໄດ້ປະຕິບັດສຳເລັດການເກັບເອົາຕົວຢ່າງ, ໂດຍສຳເລັດກ່ອນແຜນການທີ່ວາງອອກ. ບັນດາອົງການກວດວິໄຈໄດ້ຮັບ, ເກັບ ແລະ ຮັກສາຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 100.000 ຕົວຢ່າງ. ຫຼາຍຕົວຢ່າງໄດ້ມີຜົນກວດລຳດັບ ແຢນ ແລ້ວ.
ພ້ອມກັນນັ້ນ, ໜ້າທີ່ຊອກຫາ ແລະ ທຳລາຍລູກລະເບີດ, ວັດຖຸລະເບີດກໍ່ບັນລຸໝາກຜົນທີ່ຕັ້ງໜ້າ, ພິເສດແມ່ນຢູ່ເຂດແກນ ວິຊວຽນ ຂອງແຂວງ ຕວຽນກວາງ.






