• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ຕ່ຳ ສ.ເຊັກ​ໂກ ຕີ​ລາ​ຄາ​ສູງ​ຈິດ​ໃຈ​ເຊື່ອມ​ໂຍງ ແລະ ປະ​ກອບ​ສ່ວນ​ຂອງ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ສ.ເຊັກ​ໂກ ເຂົ້າ​ສັງ​ຄົມ​ເຊັກ​ໂກ

ທີ່​ການ​ເຮັດ​ວຽກ, ທ່ານ​ Tomio Okamura ຕີ​ລາ​ຄາ​ສູງວິ​ວັດ​ການ​ເຊື່ອມ​ໂຍງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ. ທ່ານ​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ດູ​ໝັ່ນ, ຖື​ເປັນ​ສຳ​ຄັນ​ການ​ລົງ​ທຶນ​ສຶກ​ສາ​ໃຫ້​ແກ່​ຄົນ​ລຸ້​ນ​ໜຸ່ມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ສ.ເຊັກ​ໂກ​ເປັນ​ຢ່າງ​ດີ.
  ທ່ານ​ Tomio Okamura ຕີ​ລາ​ຄາ​ສູງວິ​ວັດ​ການ​ເຊື່ອມ​ໂຍງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ (ພາບ: VNA)  
ວັນ​ທີ 3 ຕຸ​ລາ, ທ່ານ Tomio Okamura ​ປະ​ທານ​ສະ​ພາຕ່ຳ ສະ​ພາ​ແຫ່ງ​ຊາດ ສ.ເຊັກ​ໂກ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ຕ່ຳ ສ.ເຊັກ​ໂກ ໄດ້​ມາ​ຢ້ຽມ​ຢາມ​ປະ​ຊາ​ຄົມ​ ແລະ ວິ​ສາ​ຫະ​ກິດ ພ້ອມ​ກັບ​ພໍ່​ຄ້າ​ຊາວ​ຂາຍ ຫວຽດ​ນາມ ຢູ່​ສູນ​ການ​ຄ້າ​ຊາ​ປາ, ນະ​ຄອນຫຼວງ Praha,ປະ​ເທດ ສ.ເຊັກ​ໂກ. ທີ່​ການ​ເຮັດ​ວຽກ, ທ່ານ​ Tomio Okamura ຕີ​ລາ​ຄາ​ສູງວິ​ວັດ​ການ​ເຊື່ອມ​ໂຍງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ. ທ່ານ​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ດູ​ໝັ່ນ, ຖື​ເປັນ​ສຳ​ຄັນ​ການ​ລົງ​ທຶນ​ສຶກ​ສາ​ໃຫ້​ແກ່​ຄົນ​ລຸ້​ນ​ໜຸ່ມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ສ.ເຊັກ​ໂກ​ເປັນ​ຢ່າງ​ດີ. ທ່ານ​ປະ​ທານ​ສະ​ພາ​ຕ່ຳ ກໍ່​ແບ່ງ​ປັນ​ວ່າ ກ​ນາ​ຢ້ຽມ​ຢາມ ສູນ​ການ​ຄ້າ ຊາ​ປາ​ດ້ວຍ​ຄວາມ​ຫວັງ​ຢາກ​ຊອກ​ຮູ້​ເລິກ​ກ່ຽວ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ, ບັນ​ດາ​ບັນ​ຫາ​ທີ່​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ ແລະ ບັນ​ດາ​ຂົງ​ເຂດ​ເຊິ່ງ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ປະ​ຈຳ​ຖິ່ນ​ອາດ​ສາ​ມາດ​ໜູນ​ຊ່ວຍ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top