ຂ່າວສານ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

ໝາກ​ຜົນ​ນີ້​ບັນ​ລຸກ​ວ່າ 44% ເມື່ອ​ທຽບ​ໃສ່​ເປົ້າ​ໝາຍ​ຂອງ​ບັ້ນເຄື່ອນໄຫວນີ້​. ສະ​ເ

  (ພາບປະກອບ: VNA)  

ພາະ​ຢູ່ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ​, ໄລ່​ຮອດ​ວັນ​ທີ 4 ຕຸ​ລາ​, ກຳ​ລັງ​ເຈົ້າ​ໜ້າ​ທີ່​ທ້ອນ​ໂຮມ​ໄດ້​ກ​ວ່າ 700 ອັດ​ຖິ.

​ວຽກ​ງານເກັບ​ເອົາ​ຕົວ​ຢ່າງ​ເພື່ອ​ກວດ​ວິ​ໄຈ ADN ໄດ້​ດຳ​ເນີນ​ຢູ່ຂຸມຝັງສົບຂອງນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ກວ່າ 200.000 ຂຸມ​, ກວ່າ 62.000 ຂຸມ​ບໍ່​ມີ​ເງ​ືື່ອນ​ໄຂພໍ​​ເພື່ອ​ເກັບເອົາ​ຕົວຢ່າງ​. 30 ໃນ​ຈຳ​ນວນ 34 ແຂວງ​, ນະ​ຄອນ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ເກັບເອົາ​ຕົວຢ່າງ​, ໂດຍສຳ​ເລັດ​ກ່ອນ​ແຜນ​ການ​ທີ່ວາງ​ອອກ​. ບັນ​ດາ​ອົງ​ການ​ກວດ​ວິ​ໄຈ​ໄດ້​ຮັບ​, ເກັບ ແລະ ຮັກ​ສາ​ຕົວຢ່າງ​ອັດ​ຖິ​​​ນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 100.000 ຕົວ​ຢ່າງ​. ຫຼາຍ​ຕົວ​ຢ່າງ​ໄດ້​ມີ​​ຜົນ​ກວດລຳດັບ ແຢນ ​ແລ້ວ​.

ພ້ອມ​ກັນ​ນັ້ນ​, ໜ້າ​ທີ່​ຊອກ​ຫາ ແລະ ທຳ​ລາຍ​ລູກ​ລະ​ເບີດ​, ວັດ​ຖຸ​ລະ​ເບີດ​ກໍ່​ບັນ​ລຸ​ໝາກ​ຜົນທີ່​ຕັ້ງ​ໜ້າ​, ພິ​ເສດ​ແມ່ນ​ຢູ່​ເຂດ​ແກນ ວິ​ຊວຽນ ຂອງ​ແຂວງ ຕວຽນ​ກວາງ​.


top