• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ສີ​ສັນ​ຫ້າທະ​ວີບ” ເຕົ້າ​ໂຮມ​ກັນ​ຢູ່​ໜອງ ຮ​ວ່ານ​ກຽມ, ຮ່າ​ໂນ້ຍ

ໃນ​ຂອບ​ເຂດ​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ​ຄັ້ງ​ທີ 2 - ປີ 2026, ຕອນ​ຄ່ຳ​ວັນ​ທີ 3 ຕຸ​ລາ, ຢູ່​ຖະ​ໜົນ​ຄົນ​ຍ່າງ ໜອງ​ຮ່​ວານ​ກຽມ, ໄດ້​ດຳ​ເນີນ​ວັນ​ບຸນ​ທ້ອງຖະ​ໜົນ “ສີ​ສັນ 5 ທະ​ວີບ”.
ລາຍ​ກາ​ນ​ສະ​ແດງ​ການ​ອອກ​ແບບ​ຊຸດ​ເສື້ອ​ຍາວ (ພາບ: VNA)

ໃນ​ຂອບ​ເຂດ​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ​ຄັ້ງ​ທີ 2 - ປີ 2026, ຕອນ​ຄ່ຳ​ວັນ​ທີ 3 ຕຸ​ລາ, ຢູ່​ຖະ​ໜົນ​ຄົນ​ຍ່າງ ໜອງ​ຮ່​ວານ​ກຽມ, ໄດ້​ດຳ​ເນີນ​ວັນ​ບຸນ​ທ້ອງຖະ​ໜົນ “ສີ​ສັນ 5 ທະ​ວີບ”.

ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ມໍ​ລະ​ດົກ - ສ້າງສາອະ​ນາ​ຄົດ”, ວັນ​ບຸນ “ສີ​ສັນ 5 ທະ​ວີບ” ໄດ້​ສ້າງ​ບັນ​ຍາ​ກາດ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢ່າງ​ເປີດ​ເຜີຍ, ມີ​ຊີ​ວິດ​ຊີ​ວາ. ຜ່ານ​ຊຸດ​ເສື້ອ​ຍາວ, ການ​ສະ​ແດງ​ສິ​ລະ​ປະ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຕາມ​ຖະ​ໜົນ, ລາຍ​ການ​ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ, ພ້ອມ​ທັງ​ສ້າງ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ແບ່ງ​ປັນ, ພົບ​ປະ​ແລກ​ປ່ຽນ ແລະ ເຊີດ​ຊູ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່​ລະ​ຊາດ.

ຢູ່​ວັນ​ບຸນ, ທ່ານ ຟ້າມ​ຕວັນ​ລອງ ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ​ນະ​ຄອນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ບັນ​ດາ​ຄະ​ນະ​ສິ​ລະ​ປະ, ນັກ​ສິ​ລະ​ປິນ, ນັກ​ສິ​ລະ​ປະ​ການ​ທີ່​ມາ​ຈາກ 18 ປະ​ເທດ​ໄດ້​ສ້າງ​​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສາ​ກົນ​ທີ່​ມີ​ຊີ​ວິດ​ຊີ​ວາ, ເປີດ​ເຜີຍ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top