• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນ 14,5% ໃນ 9 ເດືອນຕົ້ນປີ 2026

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ແລ້ວ​, ເດືອນ ກັນ​ຍາ 2026, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 1,77 ລ້ານ​ເ​ທື​ື່ອ​ຄົນ​, ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.
ແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນ 14,5% ໃນ 9 ເດືອນຕົ້ນປີ 2026 (ພາບ: VNA)

ໄລ່​ລວມ 9 ເດືອນ​, ຍອດຈຳນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ບັນ​ລຸ 17,7 ລ້ານ​ເທື່ອ​ຄົນ​, ເພີ່ມ​ຂຶ້ນ 14,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​. ຕໍ່ກັບໝາກ​ຜົນ​ນີ້​, ຂະ​ແໜງ​ທ່ອງ​ທ່ຽວ ໄດ້ປະ​ຕິ​ບັດ​ສຳ​ເລັດ​ເກືອບ 71% ເປົ້າ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ປີ 2026 ໃຫ້ບັນ​ລຸ 25 ລ້ານ​ເທື່ອ​ຄົນ​.

​ໃນ​ສະ​ພາບ​ການ​ລາຍ​ຈ່າຍ​ສຳ​ລັບ​ການ​ຂົນ​ສົ່ງ​, ພະ​ລັງ​ງານ​ເພີ່ມ​ຂຶ້ນ​, ເສດ​ຖະ​ກິດ​ໂລກຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​, ຄວາມ​ສ່ຽງ​ດ້ານ​ພູມ​ສາດ​ການ​ເມືອງ​ໄດ້​ປະ​ກົດ​ຂຶ້ນ​ໃນ​ຕົວ​ຈິງ ແລະ ການ​ແກ່ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ສະ​ຖານ​ທີ່​ປາຍທາງທີ່ນັບ​ມື້​ນັບ​ເຄັ່ງ​ຕຶງນັ້ນ​, ໝາກ​ຜົນ​ນີ້​ຂອງ ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ອາດສາ​ມາດ​ເປີດ​ກວ້າງ​ຕະ​ຫຼາດ ແລະ ຮັກ​ສາ​ກຳລັງ​ດຶງ​ດູດ​ສຳ​ລັບກຸ່ມ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​.

​ໃນ​ໂຄງ​ປະ​ກອບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ມາ ຫວຽດ​ນາມ​, ເມື່ອ​ຕີ​ລາ​ຄາ​ຕາມ​ພາກ​ພື້ນ​, ອາ​ຊີ ກວມ​ອັດ​ຕາ​ສ່ວນ​ຫຼາຍ​ສຸດ​, ດ້ວຍ 74,5% ຍອດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ທັງ​ໝົດ​. ຖັດ​ມາ​ແມ່ນ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ ທະ​ວີບ ເອີ​ລົບ​, ອາບ​ຟຣີ​ກາ​, ທະ​ວີບ ​ອົດ​ສະ​ຕາ​ລີ ແລະ ທະ​ວີບ​ ອາ​ເມລິ​ກາ​. ຈີນ ແລະ ສ.ເກົາ​ຫຼີ ສືບ​ຕໍ່​ແມ່ນ​ສອງ​ຕະ​ຫຼາດ​ມີ​ແຂກ​ທ່ອງ​ທ່ຽວ​ມາ ຫວຽດ​ນາມ ຫຼາຍ​ທີ່​ສຸດ​, ປະ​ກອບ​ສ່ວນ​ເກືອບ 40% ຍອດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top