ຕອນຄ່ຳວັນທີ 24 ຕຸລາ ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດພິທີຍ້ອງຍໍສັນລະເສີນ ກຳມະກອນ ຫວຽດນາມດີເດັ່ນ ທົ່ວປະເທດປີ 2026.
ທ່ານ ໂດວັນຈຽນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພ້ອມກັບການນຳສະຫະພັນໃຫຍ່ແຮງງານ ຫວຽດນາມ ໃນພິທີ ຍ້ອງຍໍສັນລະເສີນກຳມະການດີເດັ່ນ. (ພາບ: VNA)
ກຳມະກອນດີເດັ່ນ 10 ຄົນໄດ້ຮັບການຍ້ອງຍໍສັນສະເສີນບໍ່ພຽງແຕ່ມີລະດັບວິຊາສະເພາະ, ສີມືແຮງງານທີ່ໝັ້ນແກ່ນເທົ່ານັ້ນ ຫາກຍັງຍາມໃດກໍ່ມີຄວາມເປັນເຈົ້າການຊອກຮູ້, ຍົກອອກຫຼາຍຂໍ້ລິເລີ່ມ, ດັດປັບເຕັກນິກທີ່ມີຄຸນຄ່າ, ປະກອບສ່ວນຫັນວິວັດການເຮັດວຽກໃຫ້ດີທີ່ສຸດ, ຍົກສູງສະມັດຕະພາບໃນການອອກແຮງງານ ແລະ ຫາຜົນປະໂຫຍດໃຫ້ແກ່ວິສາຫະກິດ. ການມີໜ້າຂອງບັນດາກຳມະກອນມາຈາກຫຼາຍຂະແໜງການອາຊີບສະແດງໃຫ້ເຫັນຈິດໃຈນະວັດຕະກຳ ບໍ່ຖືກຈຳກັດໃນຂົງເຂດ ຫຼືຕຳແໜ່ງວຽກງານ ໃດໜຶ່ງ. ກ່າວຄຳເຫັນທີ່ພິທີຍ້ອງຍໍສັນສະເສີນ, ທ່ານ ໂດວັນຈຽນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ສົ່ງເສີມສະມາຊິກ, ກຳມະກອນ, ຜູ້ອອກແຮງງານປະຕິບັດ 4 ໜ້າທີ່ຈຸດສຸມເປັນຢ່າງດີ.
ທີໜຶ່ງ, ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານແຕ່ລະຄົນຕ້ອງຕອບສະໜອງຢ່າງແຮງຂະບວນກາແຂ່ງຂັນຮ່ຳຮຽນຕະຫຼອດຊີວິດ, ຍົກສູງທັກສະດີຈີຕອນ, ເປັນເຈົ້າເຕັກໂນໂລຢີ, ຫັນປ່ຽນຈາກການອອກແຮງງານແບບງ່າຍດາຍໄປສູ່ການອອກແຮງງານທີ່ມີຫົວຄິດປະດິດສ້າງ, ຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ປະຢັດຄ່າໃຊ້ຈ່າຍ, ປະກອບສ່ວນສ້າງວິສາຫະກິດພັດທະນາແບຍືນຍົງ. ທີສອງ, ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມະບານ ຫວຽດນາມມຸ່ງໄປເຖິງຮາກຖານຢ່າງແຮງ ແລະ ແທ້ຈິງ. ທີສາມ, ຂ້າພະເຈົ້າຫວັງວ່າໂຄງການຍ້ອງຍໍສັນສະເສີນ ກຳມະກອນ ຫວຽດນາມ ດີເດັ່ນຈະປຸກລຸກຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງສະມາຊິກ, ກຳມະກອນ ແລະ ຜູ້ອອກແຮງງານທົ່ວປະເທດ. ທີສີ່, ສະຫະພັນໃຫຍ່ ແຮງງານ ຫວຽດນາມ ຕ້ອງກຳແໜ້ນສະພາບການ, ໝາກຜົນຂອງການເຄື່ອນໄຫວຂອງລະບົບກຳມະບານແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຮາກຖານ, ແກ້ໄຂຂໍ້ຂັດແຍ້ງທີ່ເກີດຂຶ້ນຢ່າງທັນການ, ຮັບປະກັນການເຄື່ອນໄຫວຂອງກຳມະບານຢ່າງຕໍ່ເນື່ອງ, ລຸລ່ວງ, ຕິດແທດຮາກຖານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ.
(ແຫຼ່ງຄັດຈາກ VOV)