• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເວ​ທີ​ປາ​ໄສ ແລະ ງານ​ວາງ​ສະ​ແດງ​ກະ​ສິ​ກຳ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ກຳ​ປູ​ເຈຍ

ເຫດ​ການ​ໄດ້​ດຳ​ເນີນ​ໃນ​ສາມ​ວັນ, ແຕ່​ວັນ​ທີ 23 – 25 ຕຸ​ລາ, ດ້ວຍ​ປະ​ມານ 400 ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ເຄື່ອງ​ຈັກ​ກະ​ສິ​ກຳ, ບັນ​ດາ​ມາດ​ຕະ​ການ​ດີ​ຈີ​ຕອນ ແລະ ວັດ​ຖຸ​ອຸ​ປະ​ກອນ​ປຸງ​ແຕ່ງ​ອາ​ຫານ​ການ​ກິນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Sok Chenda Sophea ກ່າວ​ຄຳ​ເຫັນ​ໄຂ​ເຫດ​ການ (ພາບ: VNA)
ເວ​ທີ​ປາ​ໄສ ແລະ ງານ​ວາງ​ສະ​ແດງ​ກະ​ສິ​ກຳ ກຳ​ປູ​ເຈຍ (CAFE) 2026 ຂອບ​ຂະ​ໜາດ​ໃຫຍ່​ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ເຂົ້າ​ຂະ​ແໜງ​ກະ​ສິ​ກຳ - ອາ​ຫານ​ການ​ກິນ ກຳ​ປູ​ເຈຍ: ຄູ່​ຮ່ວ​ມມື, ມູນ​ຄ່າ​ເພີ່ມ ແລະ ນະ​ວັດ​ຕະ​ກຳ” ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 24 ຕຸ​ລາ, ຢູ່​ສູນກອງ​ປະ​ຊຸມ ແລະ ງານ​ວາງ​ສະ​ແດງ Koh Pich ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ. ເຫດ​ການ​ໂດຍ​ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ​ກຳ​ປູ​ເຈຍ ປະ​ສານ​ສົມ​ທົບ​ກັບ​ອົງ​ການ ສ​ປ​ຊ ​ທັນ​ຍະ​ຫານ ແລະ ກະ​ສິ​ກຳ (FAO) ຈັດ​ຂຶ້ນ​ໃນ​ຂອບ​ເຂດ ຂໍ້​ລິ​ເລີ່ມ “Hand-in-Hand” (ພ້ອນ​ກັນ​ກະ​ທຳ), ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ເຫດ​ການ​ໄດ້​ດຳ​ເນີນ​ໃນ​ສາມ​ວັນ, ແຕ່​ວັນ​ທີ 23 – 25 ຕຸ​ລາ, ດ້ວຍ​ປະ​ມານ 400 ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ເຄື່ອງ​ຈັກ​ກະ​ສິ​ກຳ, ບັນ​ດາ​ມາດ​ຕະ​ການ​ດີ​ຈີ​ຕອນ ແລະ ວັດ​ຖຸ​ອຸ​ປະ​ກອນ​ປຸງ​ແຕ່ງ​ອາ​ຫານ​ການ​ກິນ. ງານ​ວາງ​ສະ​ແດງ​ນີ້​ສຸມ​ໃສ່​ເຂົ້າສິນ​ຄ້າ​ປະ​ເພດ​ຍຸດ​ທະ​ສາດ 9 ຊະ​ນິດ​ຄື: ເຂົ້າ​ສານ, ໝາກ​ມ່ວງ​ຫິ​ມະ​ພານ, ພິກ​ໄທ, ຜັກ, ປ່າ, ມັນ​ດ້າງ, ຢາງ​ພາ​ລາ, ໄມ້ ແລະ ໝາກ​ມ່ວງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເທົ່າ​ນັ້ນ​ ຫາກ​ຍັງແມ່ນ​ເວ​ທີ​ປາ​ໄສາ​ເຊື່ອມ​ຕໍ່​ລະ​ຫວ່າງ​ຜູ້​ຜະ​ລິດ, ນັກ​ປຸງ​ແຕ່ງ, ນັກ​ລົງ​ທຶນ, ນັກ​ການ​ຄ້າ, ນັກ​ຄົ້ນ​ຄ້​ວາ ແລະ ນັກ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top