• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ນ້ຳ​ໃຈ ເຕິຍ​ເຊີນ ດັງ​ກ້ອງ​ກັງ​ວານ​ຕະຫຼອດ​ໄປ​”: ລາ​ຍ​ການ​ພິ​ເສດ​ສະ​ເຫຼີມ​ສະຫຼອງ 233 ປີ ແຫ່ງວັນ​ໄຊ​ຊະ​ນະ ງອກ​ໂຮ່ຍ - ດົ໊ງ​ດາ

ໄຊຊະນະ ງອກໂຮ່ຍ - ດົ໊ງດາ ໄດ້ຕີຊະນະກຳລັງທະຫານຊີງ ຈຳນວນ 2 ແສນ ຄົນ, ປົດປ່ອຍກຸງທັງລອງ, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ກໍໄດ້ຮັບການວາດພາບສະແດງຄືນຢ່າງມີຊີວິດຊີວາ.
ລາຍການສະແດງສິລະປະ (ພາບ: TTXVN)

ຕອນຄ່ຳວັນທີ 5 ກຸມພາ ກົງກັບວັນທີ 5 ເດືອນຈຽງ, ຄະນະຈັດຕັ້ງ ສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສິລະປະສະເຫຼີມສະຫຼອງ 233 ປີ ແຫ່ງວັນໄຊຊະນະ ດົ໊ງດາ ປະຫວັດສາດ (1789 – 2022) ດ້ວຍຫົວຂໍ້ “ນ້ຳໃຈ ເຕິຍເຊີນ ດັງກ້ອງກັງວານຕະຫຼອດໄປ”, ລາຍການດັ່ງກ່າວມີການເຂົ້າຮ່ວມຂອງນັກສະແດງ, ນັກຮ້ອງ, ນັກຟ້ອນ, ນັກດົນຕີ… ກວ່າ 100 ຄົນ ດ້ວຍການສະແດງ 15 ລາຍການ ລວມມີຮ້ອງເພງ, ຟ້ອນ, ສະແດງລະຄອນ ເຊິ່ງໄດ້ຮັບການກະກຽມຢ່າງມີແບບມີແຜນ, ມີຫົວຄິດປະດິດສ້າງ ແລະ ເຂັ້ມຂົ້ນໄປວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ໃນນັ້ນ, ໄຊຊະນະ ງອກໂຮ່ຍ - ດົ໊ງດາ ໄດ້ຕີຊະນະກຳລັງທະຫານຊີງ ຈຳນວນ 2 ແສນ ຄົນ, ປົດປ່ອຍກຸງທັງລອງ, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ກໍໄດ້ຮັບການວາດພາບສະແດງຄືນຢ່າງມີຊີວິດຊີວາ.

     ພິເສດ, ລາຍການດັ່ງກ່າວຍັງສະຫງວນໜຶ່ງລາຍການເພື່ອຕອບບຸນແທນຄຸນຕໍ່ການເສຍສະຫຼະຢ່າງມິດງຽບຂອງບັນດານັກຮົບໃນແນວໜ້າບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top