ຕອນບ່າຍວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈັດກອງປະຊຸມ “ລະບອບລະບຽບການວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ - ແກ້ໄຂຈຸດອຸດຕັນ ແລະ ສ້າງສັນການພັດທະນາ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າພັກ ແລະ ລັດໄດ້ກຳນົດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນກຳລັງໜູນຫຼັກແຫຼ່ງເພື່ອນຳປະເທດຊາດພັດທະນາໂດຍໄວ ແລະ ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ສະເໜີຕ້ອງມີຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ຄວາມຕັດສິນໃຈເພື່ອນຳວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ກາຍເປັນກຳລັງໜູນພັດທະນາຢ່າງແທ້ຈິງ.
ພາຍຫຼັງກອງປະຊຸມຄັ້ງນີ້, ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນ ຕ້ອງມີແຜນການກະທຳລະອຽດຕື່ມອີກ, ແຕ່ລະນັກວິທະຍາສາດຕ້ອງມີບັນດາໂຄງການຕິດພັນກັບຕົວຈິງ, ແຕ່ລະວິສາຫະກິດຕ້ອງມີຄວາມຕັດສິນໃຈລົງທຶນໃຫ້ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ. ສ້າງຄວາມຕັດສິນໃຈສ້າງສະພາບແວດລ້ອມໃນນັ້ນລະບອບລະບຽບການບໍ່ແມ່ນຮົ້ວກີດຂວາງອີກ ເຊິ່ງກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງຢ່າງແທ້ຈິງ; ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນຂົງເຂດພັດທະນາເທົ່ານັ້ນຫາກຍັງ ກາຍເປັນກຳລັງໜູນເຕີບໂຕໃໝ່ຂອງປະເທດຊາດຢ່າງແທ້ຈິງອີກດ້ວຍ.






