ຂ່າວສານ

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

ຕອນ​ບ່າຍ​ວັ​ນ​ທີ 15 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ​ຈັດ​ກອງ​ປະ​ຊຸມ “ລະ​ບອບ​ລະ​ບຽບ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ - ແກ້​ໄຂ​ຈຸດ​ອຸດ​ຕັນ ແລະ ສ້າງ​ສັນ​ການ​ພັດ​ທ​ະນາ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບສູງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ​ການ​ກະ​ທຳ, ຄວາມ​ຕັດ​ສິນ​ໃຈ​ເພື່ອ​ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ.

ພາຍຫຼັງ​ກອງ​ປະ​ຊຸມ​ຄັ້ງ​ນີ້, ແຕ່​ລະ​ຂະ​ແໜງ, ແຕ່​ລະ​ທ້ອງ​ຖິ່ນ ຕ້ອງ​ມີ​ແຜນ​ການ​ກະ​ທຳ​ລະ​ອຽດ​ຕື່ມ​ອີກ, ແຕ່​ລະ​ນັກ​ວິ​ທະ​ຍາ​ສາດ​ຕ້ອ​ງ​ມີ​ບັນ​ດາ​ໂຄງ​ການ​ຕິດ​ພັນ​ກັບ​ຕົວ​ຈິງ, ແຕ່​ລະ​ວິ​ສາ​ຫ​ະ​ກິດ​ຕ້ອງ​ມີ​ຄວາມ​ຕັ​ດ​ສິນ​ໃຈ​ລົງ​ທຶນ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ. ສ້າງ​ຄວາມ​ຕັດ​ສິນ​ໃຈ​ສ້າງ​ສະ​ພາບ​ແວດ​ລ້ອມ​ໃນ​ນັ້ນ​ລະ​ບອ​ບ​ລະ​ບຽບ​ການ​ບໍ່​ແມ່ນ​ຮົ້ວ​ກີດ​ຂວາງອີກ ເຊິ່ງ​ກາຍ​ເປັນ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ຢ່າງ​ແທ້​ຈິງ; ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ບໍ່​ພຽງ​ແຕ່​ແມ່ນ​ຂົງ​ເຂດ​ພັດ​ທະ​ນາ​ເທົ່າ​ນັ້ນ​ຫາກ​ຍັງ​ ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງອີກ​ດ້ວຍ.


top