• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນ ຫວຽດນາມ - ອົດສະຕາລີ ກາຍເປັນແບບຢ່າງກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ

ຫວຽດນາມ ແລະ ອົດສະຕາລີ ຄວນສ້າງ ແລະ ເສີມຂະຫຍາຍປະຕິບັດຍຸດທະສາດເຊື່ອມຕໍ່ດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ດ້ວຍວິໄສທັດ ຍາວນານ, ຖືນີ້ແມ່ນເສົາຄຳ້ໃໝ່ຂອງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຊົມເຂດວາງສະແດງ (ພາບ: VNA)  

ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກຄືແນວນັ້ນທີ່ເວທີປາໄສດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການລົງທຶນ, ການສຶກສາບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ອົດສະຕາລີ ໃນຕອນເຊົ້າວັນທີ 10 ສິງຫາ, ຢູ່ Sydney, ປະເທດອົດສະຕາລີ. ເຫດການໄດ້ຈັດຂຶ້ນໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ອົດສະຕາລີຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ.

ທີ່ເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ພັກ, ລັດ ຫວຽດນາມ ໄດ້ສ້າງຮູບແບບ ການພັດທະນາໃໝ່, ໃນນັ້ນພູມປັນຍາ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການ​ຫັນ​ເປັນດີຈີຕອນ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໄດ້ຮັບການກຳນົດແມ່ນບັນດາກຳລັງໜູນ ເຕີບໂຕຕົ້ນຕໍຂອງພື້ນຖານເສດຖະກິດ. ທ່ານກ່າວວ່າ:

“ຊຸກຍູ້ການລົງທຶນສອງສົ້ນໃນບັນດາຂະແໜງເຕັກໂນໂລຊີສູງ, ສ້າງບັນດາສູນຄົ້ນຄ້ວາ ແລະ ພັດທະນາ (R&D), ບັນດາຫ້ອງທົດລອງລວມ, ບັນດາໂຄງການເລີ່ມສ້າງວິສາຫະກິດ ແລະ ບັນດາໂຄງການນະວັດຕະກຳທີ່ມີຄວາມອາດສາມາດຫັນເປັນ ການຄ້າສູງ, ມຸ່ງໄປເຖິງການພ້ອມກັນພັດທະນາ, ພ້ອມກັນລົງທຶນ... ຫວຽດນາມ ສົ່ງເສີມການລົງທຶນຄຸນນະພາບສູງຈາກ ອົດສະຕາລີ ເຂົ້າຕະຫຼາດ ຫວຽດນາມ; ພັດທະນາບັນດາຜະລິດຕະພັນການ​ເງິນສີຂຽວ, ພື້ນຖານໂຄງລ່າງດີຈີຕອນ... ເປີດກ້ວາງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະ​ນຸດຄຸນນະພາບ ສູງ, ພິເສດແມ່ນຖັນແຖວນັກວິສະວະກອນ, ນັກວິທະຍາສາດ, ນັກຊ່ຽວຊານດ້ານເຕັກໂນໂລຊີ ແລະ ບັນດານັກຄຸ້ມຄອງບໍລິຫານນະວັດຕະກຳ; ສົ່ງເສີມການແລກປ່ຽນນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກຊ່ຽວຊານ ລະຫວ່າງສອງປະເທດຢ່າງແຮງ”.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອິດ​ສະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales.

Top