• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຈະເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນຈີນ

      ວັນທີ 30 ຕຸລາ, ແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດສປ.ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນຈີນ ຄັ້ງທີ 1 ຢູ່ຊຽງໄຮ, ປະເທດຈີນ ໃນລະຫວ່າງວັນທີ 04 – 05 ພະຈິກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ: baotainguyenmoitruong.vn)
      ງານຕະຫຼາດນັດນຳເຂົ້າສາກົນຈີນ 2018 (CIIE) ໂດຍກະຊວງການຄ້າຈີນ ຈັດຕັ້ງປະຈຳປີ ແລະ ຈະແມ່ນເຫດການສົ່ງເສີມດ້ານການຄ້າທ່ີສຳຄັນຂອງລັດຖະບານຈີນ, ເພື່ອແນໃສ່ເປົ້າໝາຍເປີດປະຕູຕະຫຼາດອອກສູ່ໂລກ, ສ້າງກາລະໂອກາດໃຫ້ບັນດາປະເທດສຳຜັດກັບຕະຫຼາດກວ້າງໃຫຍ່ຂອງຈີນ, ປະກອບສ່ວນຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງສັ້ນທາງ” ກໍ່ຄືວິວັດທະນາການໂລກາພິວັດ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top