ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮືງ: ມະຫາວິທະຍາໄລ ເສດຖະສາດແຫ່ງຊາດ ຕ້ອງຫັນເປົ້າໝາຍນອນໃນ top 100 ມະຫາວິທະຍາໄລແຖວໜ້າ ອາຊີ ໃຫ້ປະກົດຜົນເປັນຈິງໃນໄວໆນີ້
ນີ້ແມ່ນການແໜ້ນໜັກຂອງ ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (1956 – 2026) ແລະ ຮັບຫຼຽນກາແຮງງານຊັ້ນ 1 ຂອງມະຫາວິທະຍາໄລເສດຖະສາດແຫ່ງຊາດ (NEU) ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ.
ກ່າວຄຳເຫັນນະທີ່ນີ້, ທ່ານ ເລມິງຮືງ ສະເໜີໃຫ້ມະຫາວິທະຍາໄລເສດຖະສາດແຫ່ງຊາດ ສຸມໃສ່ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດ, ແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ, ຫັນປ່ຽນຢ່າງແຮງໄປບຳລຸງສ້າງຕາມຄວາມຕ້ອງການຕົວຈິງຂອງປະເທດຊາດ, ປະມວນປັນຍາປະດິດ (AI), ທັກສະດີຈີຕອນ... ທ່ານ ເລມິງຮືງ ສະເໜີວ່າ:
“ພວກເຮົາປາດຖະໜາ ແລະ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອ ແລະ ຄຸນຄ່າຫຼັກແຫຼ່ງຂອງຕົນ, ດ້ວຍພື້ນຖານອັນໜັກແໜ້ນທີ່ໄດ້ເພີ່ມພູນຄູນສ້າງຜ່ານໄລຍະປະຫວັດສາດ, ດ້ວຍພູມປັນຍາ, ຄວາມສຸດຈິດສຸດໃຈຂອງຄູອາຈານ, ນັກວິທະຍາສາດລຸ້ນຕ່າງໆ ພ້ອມກັບຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນຂອງນັກສຶກສາ, ມະຫາວິທະຍາໄລເສດຖະສາດແຫ່ງຊາດ ຈະມີບັນດາບາດກ້າວບຸກທະລຸໃນໄລຍະຈະມາເຖິງ, ຫັນວິໄສທັດກາຍເປັນມະຫາວິທະຍາໄລຕາມທິດຄົ້ນຄ້ວາ, ຫຼາຍຂະແໜງ, ຫຼາຍຂົງເຂດ, ນອນໃນກຸ່ມ 5 ມະຫາວິທະຍາໄລແຖວໜ້າ ຫວຽດນາມ, ແມ່ນ 1 ໃນ 100 ມະຫາວິທະຍາໄລດີທີ່ສຸດຢູ່ ອາຊີ ໃນຂົງເຂດເສດຖະກິດ, ຄຸ້ມຄອງ ແລະ ບໍລິຫານທຸລະກິດຕາມມາດຖານຈັດອັນດັບສາກົນໃຫ້ປະກົດຜົນເປັນຈິງໃນໄວໆນີ້, ປະກອບສ່ວນຢ່າງແທດຈິງໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ພັດທະນາປະເທດຊາດໃນສັງກາດໃໝ່”.






