ຂ່າວສານ

ນາຍົກລັດຖະມົນຕີ ເລມິງຮືງ: ມະຫາວິທະຍາໄລ ເສດຖະສາດແຫ່ງຊາດ ຕ້ອງຫັນເປົ້າໝາຍນອນໃນ top 100 ມະຫາວິທະຍາໄລແຖວໜ້າ ອາຊີ ໃຫ້ປະກົດຜົນເປັນຈິງໃນໄວໆນີ້

ມະ​ຫາ​ວິ​ທະ​ຍາ​ໄລ​ເສດຖະສາດແຫ່ງ​ຊາດ ຕ້ອງນຳໜ້າ​ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ດີ​ຈີ​ຕອນ​, ແກ້​ໄຂ​ຍຸດ​ທະ​ສາດ​ແຫ່ງ​ຊາດ ແລະ ປະ​ຕິ​ບັດ​ການຫັນ​ເປົ້າ​ໝາຍ​ນອນ​ໃນ top 100 ມະ​ຫາ​ວິ​ທະ​ຍາ​ໄລ​ແຖວ​ໜ້າ ອາ​ຊີ ໃຫ້ປະກົດຜົນເປັນຈິງໃນ​ໄວໆນີ້​
  ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງມະຫາວິທະຍາໄລເສດຖະສາດ ແຫ່ງຊາດ (ພາບ: VNA)  

ນີ້​ແມ່ນ​ການ​ແໜ້ນ​ໜັກ​ຂອງ ​ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (1956 – 2026) ແລະ ຮັບ​ຫຼຽນ​ກາ​ແຮງ​ງານ​ຊັ້ນ 1 ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ສາດແຫ່ງ​ຊາດ (NEU) ທີ່ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພະ​ຈິກ​, ຢູ່​ຮ່າ​ໂນ້ຍ​.

​ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້​, ທ່ານ ເລ​ມິງ​ຮືງ ສະ​ເໜີ​ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ​​ເສດຖະສາດແຫ່ງ​ຊາດ ສຸມ​ໃສ່​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​, ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່ມີ​ຄຸນ​ນະ​ພາບ​ສູງ​, ຫັນ​ປ່ຽນຢ່າງແຮງໄປ​ບຳ​ລຸງ​ສ້າງ​ຕາມ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ​, ປະ​ມວນ​ປັນ​ຍາ​ປະ​ດິດ (AI), ທັກສະ​ດີ​ຈີ​ຕອນ​... ທ່ານ ເລ​ມິງ​ຮືງ ສະ​ເໜີ​ວ່າ​:

“​ພວກ​ເຮົາ​ປາດ​ຖະ​ໜາ ແລະ ເຊື່ອ​ໝັ້ນ​ວ່າ​ ດ້ວຍ​ມູນ​ເຊື້ອ ແລະ ຄຸນ​ຄ່າ​ຫຼັກ​ແຫຼ່ງຂອງ​ຕົນ​, ດ້ວຍ​ພື້ນ​ຖານ​ອັນໜັກ​ແໜ້ນ​ທີ່​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ຜ່ານ​ໄລ​ຍະ​ປະຫວັດ​ສາດ​, ດ້ວຍ​ພູມ​ປັນ​ຍາ​, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຄູ​ອາ​ຈານ​, ນັກ​ວິ​ທະ​ຍາ​ສາດ​ລຸ້ນ​ຕ່າງໆ ພ້ອມ​ກັບ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນຂອງ​ນັກ​ສຶກ​ສາ​, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ສາດແຫ່ງ​ຊາດ ຈະ​ມີ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​, ຫັນ​ວິ​ໄສ​ທັດ​ກາຍ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕາມ​ທິດ​ຄົ້ນ​ຄ້ວາ​, ຫຼາຍ​ຂະ​ແໜງ​, ຫຼາຍ​ຂົງ​ເຂດ​, ນອນ​ໃນ​ກຸ່ມ 5 ມະ​ຫາ​ວິ​ທະ​ຍາ​ໄລ​ແຖວ​ໜ້າ ຫວຽດ​ນາມ​, ແມ່ນ 1 ໃນ 100 ມະ​ຫາ​ວິ​ທະ​ຍາ​ໄລ​ດີ​ທີ່​ສຸດ​ຢູ່ ອາ​ຊີ ໃນ​ຂົງ​ເຂດ​ເສດ​ຖະ​ກິດ​, ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ທຸ​ລະ​ກິດ​ຕາມ​ມາດ​ຖານ​ຈັດ​ອັນ​ດັບ​ສາ​ກົນ​ໃຫ້ປະກົດຜົນເປັນຈິງໃນ​ໄວໆນີ້​, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ​, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່​”.


top