• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຢູ່ບັນດາແຂວງທາງພາກກາງ ຫວຽດນາມ

      ວັນທີ 16 ພຶດສະພາ, ຢູ່ແຂວງ ກວາງຈິ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກມົນລະພິດສົ່ງແວດລ້ອມ ແລະ ນຳຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນກັບຄືນສູ່ປົກກະຕິ ຍ້ອນຮັບຜົນສະທ້ອນຈາກເຫດມົນລະພິດສິ່ງແວດລ້ອມທະເລເມື່ອປີ 2016.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງ
ຢູ່ບັນດາແຂວງທາງພາກກາງ ຫວຽດນາມ
      ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈແກ່ປະຊາຊົນເຂດຮັບຜົນສະທ້ອນຈາກເຫດມົນລະພິດສິ່ງແວດລ້ອມທະເລຢູ່ເທດສະບານເມືອງ ທ້ວນອານ ແຂວງ ເທື່ອທຽນເຫວ້. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງທາງທ້ອງຖິ່ນໄດ້ປະຕິບັດຕາມການຊີ້ນຳຂອງລັດຖະບານໃນວຽກງານທົດແທນຄວາມເສຍຫາຍ, ໜູນຊ່ວຍໃຫ້ແກ່ປະຊາຊົນຜູ້ຖືກເສຍຫາຍ. ທ່ານນາຍົກລັດຖະມົນຕີຍັງໃຫ້ຄຳຕັກເຕື່ອນວ່າ ແຂວງ ເທື່ອທຽນເຫວ້, ເມືອງ ຟູ໋ວາງ ຈົ່ງໜູນຊ່ວຍປະຊາຊົນ ທ້ວນອານ ປະຕິບັດການສ້າງຊົນນະບົດໃໝ່, ຫັນປ່ຽນອາຊີບ. ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ຄຳຄິດຄຳເຫັນຂອງປະຊາຊົນ ທ້ວນອານ ກ່ຽນກັບການເພີ່ມທະວີການຄຸ້ມຄອງລັດ ເພື່ອບໍ່ປະໃຫ້ເກີດເຫດມົນລະພິດສິ່ງແວດລ້ອມອີກຄັ້ງໜຶ່ງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top