ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ, ກ່າວປາໄສທີ່ວາລະປະຊຸມຄົບຄະນະ. (ພາບ: VNA))
ຕອນບ່າຍວັນທີ 18 ພະຈິກ, ຢູ່ນະຄອນຫຼວງ ມະນີລາ (ຟີລິບປິນ), ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47 (AIPA-47), ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີໜຶ່ງໂດຍທ່ານ Faustino “Bojie” G. Dy III, ປະທານຕ່ຳຟີລິບປິນ, ປະທານ AIPA-47 ເປັນປະທານ. ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນ.
ໃນບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ ແລະ ບັນດາເສົາຄ້ຳຍຸດທະສາດຂອງ ອາຊຽນ ເມື່ອກ້າວເຂົ້າສູ່ໄລຍະຜັນຂະຫຍາຍການປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ເພື່ອຫັນບັນດາຫົວຂໍ້ຂອງ AIPA-47 ໃຫ້ປະກົດຜົນເປັນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແບ່ງປັນວ່າ:
“ລັດຖະສະພາບັນດາປະເທດຕ້ອງນຳໜ້າໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງກົດໝາຍໃຫ້ສອດຄ່ອງເພື່ອລົບລ້າງຮົ້ວກີດຂວາງດ້ານການຄ້າ, ຊຸກຍູ້ການເຊື່ອມຕໍ່ເສດຖະກິດພາຍໃນກຸ່ມ ແລະ ເຊື່ອມຕໍ່ລະບົບສະໜອງ. ພິເສດ, ຕ້ອງໃຫ້ບຸລິມະສິດສ້າງຂອບນິຕິກຳໃຫ້ແກ່ບັນດາກຳລັງໜູນການເຕີບໂຕໃໝ່, ຮັບປະກັນວ່າບໍ່ມີປະເທດໃດຖືກປະໄວ້ຢູ່ທາງຫຼັງ. ຖືປະຊາຊົນເປັນໃຈກາງໃນ ທຸກຄຳຕັດສິນລັດຖະສະພາ.”
ກ່ອນໜ້ານັ້ນ, ໃນວາລະເປີດຄົບຄະນະ, ກອງປະຊຸມສະມັດຊາໃຫຍ່ AIPA ໄດ້ຈັດພິທີຮັບເອົາລັດຖະສະພາແຫ່ງຊາດ ຕີມໍແລສເຕ ເຂົ້າເປັນສະມາຊິກທາງການຂອງ AIPA.
(ແຫຼ່ງຄັດຈາກ VOV)