ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມີງຈິງ ແລະ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ
ໃນລາຍການປະຕິບັດງານຢູ່ ສປປ ລາວ, ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.
ນະທີ່ນີ້, ສອງຝ່າຍໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນປີ 2022; ການຮ່ວມມືໃນຂົງເຂດການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການພົວພັນແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ. ວົງເງິນການຄ້າປີ 2022 ໄດ້ລື່ນກາຍຄາດໝາຍວາງອອກ, ບັນລຸກ່ວາ 1,7 ຕື້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ປີ 2021. ເງິນລົງທຶນຂອງ ຫວຽດນາມ ຢູ່ລາວໃນປີ 2022 ບັນລຸກ່ວາ 180 ລ້ານ USD, ເພີ່ມຂຶ້ນ 52,5% ເມື່ອທຽບໃສ່ປີ 2021.
ໂດຍໄດ້ດຳເນີນໃນວັນທີ 11 – 12 ມັງກອນ, ກອງປະຊຸມໄດ້ປຶກສາຫາລື ແລະ ເປັນເອກະພາບ, ຫັນຄຳເຫັນບົດສະຫລຸບຂອງກົມການເມືອງສອງປະເທດໃສ່ໃນຂໍ້ຕົກລົງແຜນການຮ່ວມມືລະຫວ່າງສອງປະເທດໃນປີ 2023 ໃຫ້ເປັນຮູບປະທຳ; ສ້າງການຫັນປ່ຽນໃໝ່ໃນການຮ່ວມມືເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ວິທະຍາສາດເຕັກນິກ; ຍົກສູງປະສິດທິຜົນແຫ່ງການຮ່ວມມືລົງທຶນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຊຸກຍູ້ການລົງທຶນຂອງບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດໃຫຍ່ຂອງ ຫວຽດນາມ ເຂົ້າລາວ, ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງເສດຖະກິດ ແລະ ສັງຄົມຢູ່ລາວ.
ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ; ຂໍ້ຕົກລົງຂອງກົມການເມືອງສອງປະເທດ ແລະ ຂໍ້ຕົກລົງສະບັບອື່ນໆ; ຊຸກຍູ້ການພົວພັນການເມືອງ - ການພົວພັນຕ່າງປະເທດ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ສູ້ຊົນນຳວົງເງິນສອງສົ້ນໃນປີ 2023 ໃຫ້ເພີ່ມຂຶ້ນ 10 – 15% ເມື່ອທຽບໃສ່ປີ 2022.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງເພື່ອປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ ແລະ ແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ; ຍູ້ແຮງການແລກປ່ຽນທິດສະດີການເມືອງ; ສົມທົບກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພິເສດ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ສະເໜີສືບຕໍ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ສືບຕໍ່ສົມທົບກັນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ເພີ່ມທະວີການເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງສອງພື້ນຖານເສດຖະກິດ, ນັບທັງການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງຄົມມະນາຄົມ, ໂທລະຄົມ, ພະລັງງານ…
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ໜ້າທີ່ຈຸດສຸມແມ່ນເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ, ມີປະສິດທິຜົນ.
ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກ ກອງປະຊຸມຄັ້ງທີ 45 ແລະ ຂໍ້ຕົກລົງຮ່ວມມືປີ 2023 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປລາວ.