ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມີງຈິງ ແລະ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ

ໂດຍໄດ້ດຳເນີນໃນວັນທີ 11 – 12 ມັງກອນ, ກອງປະຊຸມໄດ້ປຶກສາຫາລື ແລະ ເປັນເອກະພາບ, ຫັນຄຳເຫັນບົດສະຫລຸບຂອງກົມການເມືອງສອງປະເທດໃສ່ໃນຂໍ້ຕົກລົງແຜນການຮ່ວມມືລະຫວ່າງສອງປະເທດໃນປີ 2023 ໃຫ້ເປັນຮູບປະທຳ; ສ້າງການຫັນປ່ຽນໃໝ່ໃນການຮ່ວມມືເສດຖະກິດ, ວັດທະນະທຳ.

ໃນລາຍການປະຕິບັດງານຢູ່ ສປປ ລາວ, ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.

  ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຈັດຂຶ້ນໃນຕອນເຊົ້າວັນທີ 12 ມັງກອນ  

ນະທີ່ນີ້, ສອງຝ່າຍໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນປີ 2022; ການຮ່ວມມືໃນຂົງເຂດການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການພົວພັນແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ. ວົງເງິນການຄ້າປີ 2022 ໄດ້ລື່ນກາຍຄາດໝາຍວາງອອກ, ບັນລຸກ່ວາ 1,7 ຕື້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ປີ 2021. ເງິນລົງທຶນຂອງ ຫວຽດນາມ ຢູ່ລາວໃນປີ 2022 ບັນລຸກ່ວາ 180 ລ້ານ USD, ເພີ່ມຂຶ້ນ 52,5% ເມື່ອທຽບໃສ່ປີ 2021.

ໂດຍໄດ້ດຳເນີນໃນວັນທີ 11 – 12 ມັງກອນ, ກອງປະຊຸມໄດ້ປຶກສາຫາລື ແລະ ເປັນເອກະພາບ, ຫັນຄຳເຫັນບົດສະຫລຸບຂອງກົມການເມືອງສອງປະເທດໃສ່ໃນຂໍ້ຕົກລົງແຜນການຮ່ວມມືລະຫວ່າງສອງປະເທດໃນປີ 2023 ໃຫ້ເປັນຮູບປະທຳ; ສ້າງການຫັນປ່ຽນໃໝ່ໃນການຮ່ວມມືເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ວິທະຍາສາດເຕັກນິກ; ຍົກສູງປະສິດທິຜົນແຫ່ງການຮ່ວມມືລົງທຶນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຊຸກຍູ້ການລົງທຶນຂອງບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດໃຫຍ່ຂອງ ຫວຽດນາມ ເຂົ້າລາວ, ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງເສດຖະກິດ ແລະ ສັງຄົມຢູ່ລາວ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ; ຂໍ້ຕົກລົງຂອງກົມການເມືອງສອງປະເທດ ແລະ ຂໍ້ຕົກລົງສະບັບອື່ນໆ; ຊຸກຍູ້ການພົວພັນການເມືອງ - ການພົວພັນຕ່າງປະເທດ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ສູ້ຊົນນຳວົງເງິນສອງສົ້ນໃນປີ 2023 ໃຫ້ເພີ່ມຂຶ້ນ 10 – 15% ເມື່ອທຽບໃສ່ປີ 2022.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງເພື່ອປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ ແລະ ແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ; ຍູ້ແຮງການແລກປ່ຽນທິດສະດີການເມືອງ; ສົມທົບກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພິເສດ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ສະເໜີສືບຕໍ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ສືບຕໍ່ສົມທົບກັນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ເພີ່ມທະວີການເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງສອງພື້ນຖານເສດຖະກິດ, ນັບທັງການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງຄົມມະນາຄົມ, ໂທລະຄົມ, ພະລັງງານ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ໜ້າທີ່ຈຸດສຸມແມ່ນເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ, ມີປະສິດທິຜົນ.

ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກ ກອງປະຊຸມຄັ້ງທີ 45 ແລະ ຂໍ້ຕົກລົງຮ່ວມມືປີ 2023 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປລາວ.

 


top