• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກກິລາ ດີງເຟືອງແທ່ງ ຍາດໄດ້ 2 ຫຼຽນຄຳໃນກິລາກາຍຍະກຳ

ຕອນບ່າຍວັນທີ 16 ພຶດສະພາ 2022, ຢູ່ທີ່ສະໜາມກິລາ ກວ່ນເຫງື້ອ (ຮ່າໂນ້ຍ) ໄດ້ດຳເນີນການແຂ່ງຂັນຮອບສຸດທ້າຍຂອງ 5 ລາຍການ.

ຕອນ​ບ່າຍ​ວັນ​ທີ 16 ພຶດສະພາ 2022, ຢູ່​ທີ່​ສະໜາມ​ກິລາ​ ກວ່ນເຫງື້ອ (ຮ່າ​ໂນ້ຍ) ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ຂອງ 5 ລາຍການ​​ຄື: ໂດດ​ດ່ຽວ, ບາຄູ່, ບາດ່ຽວ​ຊາຍ, ຂົວດຸ່ນດ່ຽງ ແລະ ກິລາກາຍຍະກຳ ເພດຍິງ. ພິ​ເສດ, ນັກ​ກິລາ ດີງ​ເຟືອງ​ແທ່ງ ສາມາດ​ປ້ອງ​ກັນ 2 ຫຼຽນ​ຄຳ​ໄດ້​ຢ່າງ​ສຳ​ເລັດ​ຜົນ ທັງ​ໃນ​ການ​ແຂ່ງຂັນ​ປະເພດ​ບາດ່ຽວ ​ແລະ ບາຄູ່. 

    

ການ​ແຂ່ງ​ຂັນ​ຂອງ​ນັກ​ກິ​ລາ ດີງເຟືອງແທ່ງ ໃນປະເພດບາດ່ຽວ. ພາບ: ແຄ໋ງລອງ/VNP

    

ໃນ​ປະເພດບາ​ຄູ່, ນັກ​ກິລາ ດີງ​ເຟືອງ​ແທ່ງ ​ເຮັດ​ໄດ້​ດີ​ເດັ່ນ ​ແລະ ຍາດ​ໄດ້​ຄະ​ແນນ 15.133. ພາບ: ແຄ໋ງລອງ/VNP

    

ນັກ​ກິລາ ດີງ​ເຟືອງ​ແທ່ງ ​ແບ່ງປັນ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກັບ​​ຄູ​ຝຶກ. ພາບ: ແຄ໋ງລອງ/VNP

    

ພາຍຫຼັງ​ໄດ້​ຮັບ​ແຈ້ງ​ຜົນ​ການ​ແຂ່ງຂັນ​ຈາກ​ຄະນະ​ກຳມະການ, ນັກ​ກິລາ ດີງ​ເຟືອງ​ແທ່ງ ​ໄດ້​ຮັບຄວາມຊົມ​ເຊີຍ​ຈາກເພື່ອນ​ຮ່ວມ​ທີມ. ພາບ: ແຄ໋ງລອງ/VNP

    

ຕອນ​ຄຳ່​ວັນ​ທີ 16 ພຶດສະພາ, ນັກ​ກິລາ ດີງ​ເຟືອງ​ແທ່ງ ​ໄດ້​ຮັບຜົນງານ​ດີ​ເດັ່ນ​ເພື່ອ​ຍາດເອົາ 2 ຫຼຽນ​ຄຳ​ມາ​ໃຫ້​ຄະນະ​ນັກ​ກິລາ ຫວຽດນາມ ​ໃນ​ລາຍການ​ແຂ່ງຂັນບາ​ດ່ຽວ ​ແລະ ບາຄູ່. ພາບ: ແຄ໋ງລອງ/VNP

ບົດ ແລະ ພາບ: ແຄ໋ງລອງ/VNP

 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top