ຂ່າວສານ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ລະດົມທຸກແຫຼ່ງກຳລັງ, ຍາດແຍ່ງທຸກກາລະໂອກາດເພື່ອພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ ແລະ ຍືນຍົງກວ່າ
ກ່າວຄຳເຫັນຊີນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ້ອງສືບຕໍ່ເອົາໃຈໃສ່ເຖິງການສ້າງລະບອບລະບຽບການໃຫ້ສົມບູນແບບ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ລະດົມ ແລະ ນໍາໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ຍາດແຍ່ງທຸກກາລະໂອກາດເພື່ອຮັບໃຊ້, ພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ ແລະ ຍືນຍົງກວ່າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
“ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ. ທັງລະບົບການເມືອງ ເດັດດ່ຽວຢຶດໝັ້ນປ່ຽນແປງໃໝ່ປະດິດຄິດສ້າງ, ສົມທົບກັນຢ່າງກົມກ່ຽວ, ຄົບຊຸດ, ມີແບບມີແຜນກວ່າອີກໃນການຊີ້ນຳ, ນຳພາ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ. ຍາດແຍ່ງຄວາມເຫັນເຫັນພ້ອມ, ການສະໜັບສະໜູນ, ສ້າງກຳລັງແຮງສັງລວມ, ຮ່ວມແຮງຮ່ວມໃຈພ້ອມກັບທັງລະບົບການເມືອງ ແລະ ທົ່ວສັງຄົມ”.
ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຜັນຂະຫຍາຍປະຕິບັດການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ; ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ ສ້າງພື້ນຖານແກ່ການຍົກສູງປະສິດທິພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ, ປະກອບສ່ວນສ້າງພື້ນຖານເສດຖະກິດການຕະຫຼາດເດີນຕາມທິດສັງຄົມນິຍົມເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງແທດຈິງ, ຮອບດ້ານ, ເລິກເຊິ່ງກວ້າງຂວາງ.