ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ: ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ, ຍາດ​ແຍ່ງ​ທຸກ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຢ່າງວ່ອງໄວ ແລະ ຍືນ​ຍົງ​ກວ່າ

ວັນທີ 3 ມັງກອນ, ຢູ່ສຳນັກງານລັດຖະບານ, ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍປະຕິບັດຂໍ້ສະຫຼຸບຂອງສູນກາງພັກ, ມະຕິຂອງພາແຫ່ງຊາດຊຸດທີ XV ກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມປີ 2023.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນຊີນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ້ອງສືບຕໍ່ເອົາໃຈໃສ່ເຖິງການສ້າງລະບອບລະບຽບການໃຫ້ສົມບູນແບບ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ລະດົມ ແລະ ນໍາໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ຍາດແຍ່ງທຸກກາລະໂອກາດເພື່ອຮັບໃຊ້, ພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ ແລະ ຍືນຍົງກວ່າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

“ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ. ທັງລະບົບການເມືອງ ເດັດດ່ຽວຢຶດໝັ້ນປ່ຽນແປງໃໝ່ປະດິດຄິດສ້າງ, ສົມທົບກັນຢ່າງກົມກ່ຽວ, ຄົບຊຸດ, ມີແບບມີແຜນກວ່າອີກໃນການຊີ້ນຳ, ນຳພາ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ. ຍາດແຍ່ງຄວາມເຫັນເຫັນພ້ອມ, ການສະໜັບສະໜູນ, ສ້າງກຳລັງແຮງສັງລວມ, ຮ່ວມແຮງຮ່ວມໃຈພ້ອມກັບທັງລະບົບການເມືອງ ແລະ ທົ່ວສັງຄົມ”.

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຜັນຂະຫຍາຍປະຕິບັດການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ; ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ ສ້າງພື້ນຖານແກ່ການຍົກສູງປະສິດທິພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ, ປະກອບສ່ວນສ້າງພື້ນຖານເສດຖະກິດການຕະຫຼາດເດີນຕາມທິດສັງຄົມນິຍົມເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງແທດຈິງ, ຮອບດ້ານ, ເລິກເຊິ່ງກວ້າງຂວາງ.


top