• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຖະ​ແຫຼງ​ອາ​ເມ​ລິ​ກາ ຈະ​ອະ​ນຸ​ຍາດ​ໃຫ້ ຢູ​ແກຼນ ຜະ​ລິດ​ລູກ​ສອນ​ໄຟ Patriot

ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ​ຈະ​ອະ​ນຸ​ຍາດ​ໃຫ້ ຢູ​ແກຼນ​ຜະ​ລິດ​ລູກ​ສອນ​ໄຟ​ປ້ອງ​ກັນອາ​ກາດ Patriot, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທັງ​ລັດ​ເຊຍ ແລະ ຢູ​ແກຼນ​ລ້ວນ​ແຕ່​ປາດ​ຖະ​ໜາ​ຢາກ​ຢຸດ​ຕິ​ການ​ປະ​ທະ​ກັນ.
  ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ​ທ່ານ Volodymyr Zelensky ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ (ພາບ: ຊິນຮົວ/VNA)  

ວັນ​ທີ 8 ກໍ​ລະ​ກົດ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ​ຈະ​ອະ​ນຸ​ຍາດ​ໃຫ້ ຢູ​ແກຼນ​ຜະ​ລິດ​ລູກ​ສອນ​ໄຟ​ປ້ອງ​ກັນອາ​ກາດ Patriot, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທັງ​ລັດ​ເຊຍ ແລະ ຢູ​ແກຼນ​ລ້ວນ​ແຕ່​ປາດ​ຖະ​ໜາ​ຢາກ​ຢຸດ​ຕິ​ການ​ປະ​ທະ​ກັນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ Volodymyr Zelensky ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ຢູ່ນອກກອ​ງ​ປະ​ຊຸມ​ສຸດຍອດ NATO (ກຸ່ມ​ສົນ​ທິ​ສັນ​ຍາ​ອັດ​ລັງ​ຕິກ​ເໜືອ) ຢູ່​ນະ​ຄອນ Ankara (ຕວັກ​ກີ), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຢັ້ງ​ຢືນ​ວ່າ ທັງ​ລັດ​ເຊຍ ແລະ ຢູ​ແກຼນ​ລ້ວນ​ແຕ່​ຢາກ​ຢຸດ​ຕິ​ການ​ປະ​ທະ​ກັນ​ນີ້, ແຕ່​ຖື​ວ່າ ວິ​ວັດ​ການ​ເຈ​ລະ​ຈາ​ຍັງ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງຫຼາຍ​ຢ່າງ.

ສ່ວນ​ທ່ານ​ Volodymyr Zelensky ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໃຫ້​ຮູ້​ວ່າ ການ​ພົບ​ປະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ເນື້ອ​ໃນ​ສຳ​ຄັນ​ທີ່​ສຸດ​ຈຳ​ນວນ​ໜຶ່ງ, ພ້ອມ​ທັງ​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຄູ່​ຮ​ວ່ມ​ຕຳ​ແໜ່ງ​ອາ​ເມ​ລິ​ກາ ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ໄດ້​ແກ່​ຍາວ​ຮອດ​ປີ​ທີ 5. ແຕ່​ດົນ​ນານ​ແລ້ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelensky ໄດ້​ຮຽກ​ຮ້ອງໃຫ້ ​ອາ​ເມ​ລິ​ກາ​ ສະ​ໜອງລູກ​ສອນ​ໄຟ​ປ້ອງກັນ​ອາ​ກາດ Patriot ຕື່ມ​ອີກ, ເຊິ່ງ​ແມ່ນ​ອາ​ວຸດ​ປະ​ເພດ ທີ່ໄດ້​ຮັບ​ຖື​ວ່າ​​ມີ​ຄວາມ​ສາ​ມາດ​ສະ​ກັດ​ກັ້ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ມີ​ປະ​ສິດ​ທິ​ຜົນ ເຊິ່ງ​ຢູ​ແກຼນ​ພວມ​ຂາ​ດ​ເຂີນ​ຢ່າງ​ແຮງ.

(ແຫຼ໋ງຄັດຈາກ VOV)

ເວິນດົນ ໄປຕື່ມບາດກ້າວໜຶ່ງກາຍເປັນສູນ MRO ໃໝ່ຂອງພາກພື້ນ

ເວິນດົນ ໄປຕື່ມບາດກ້າວໜຶ່ງກາຍເປັນສູນ MRO ໃໝ່ຂອງພາກພື້ນ

ເມື່ອໄດ້ນຳເຂົ້າໃຊ້ການ, ນີ້ຈະແມ່ນໜ່ວຍ MRO ທີ່ມີຂອບຂະໜາດໃຫຍ່ທຳອິດຢູ່ສະໜາມບິນເອກະຊົນຢູ່ ຫວຽດນາມ.

Top