• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວິນດົນ ໄປຕື່ມບາດກ້າວໜຶ່ງກາຍເປັນສູນ MRO ໃໝ່ຂອງພາກພື້ນ

ເມື່ອໄດ້ນຳເຂົ້າໃຊ້ການ, ນີ້ຈະແມ່ນໜ່ວຍ MRO ທີ່ມີຂອບຂະໜາດໃຫຍ່ທຳອິດຢູ່ສະໜາມບິນເອກະຊົນຢູ່ ຫວຽດນາມ.
  ສະໜາມບິນ ເວິນ​ດົນ (ພາບ​ປະ​ກອບ: VNA)  

ວັນ​ທີ 08 ກໍ​ລະ​ກົດ, ຄະ​ນະ​ກຳ​ມະ​ການ ເອີ​ລົບ (ອີ​ຊີ), ໄດ້​ອະ​ນຸ​ມັດ​ຜ່ານ​ການ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວ​ມ​ທຸ​ລະ​ກິດ HAECO Vietnam (Aircraft Engineering) Company Limited ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ Sun Group ຂອງ ຫວຽດ​ນາມ, Hong Kong Aircraft Engineering Company Limited (HAECO) ຂອງຮົ່ງ​ກົງ (ຈີນ), ພ້ອມ​ກັບ​ 2 ຄູ່​ຮ່ວມ​ມື ຍີ່​ປຸ່ນ ແມ່ນ Toyota Tsusho Corporation ແລະ Japan Airlines. ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດນີ້​ຈະ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດບຳ​ລຸງ​ຮັກ​ສາ​ເຮືອ​ບິນ​ການ​ຄ້າ​ຢູ່ ຫວຽດ​ນາມ.

ເຖິງວ່າ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດນີ້​ໄດ້​ຕັ້ງ​ຢູ່ ຫວຽດ​ນາມ, ແຕ່ການ​ຮ່ວມ​ມືນີ້​ຍັງ​ຕ້ອງ​ຍື່ນ​ສະ​ເໜີ​ຕໍ່​ຄະ​ນະ​ກຳ​ມະ​ການ ເອີ​ລົບ ພິ​ຈາ​ລະ​ນາ ຍ້ອນ​​ລາຍ​ຮັບ​ທົ່ວ​ໂລກ​ຂອງ HAECO, Toyota Tsusho ແລະ Japan Airlines ໄດ້​ເກີນການ​ກຳ​ນົດ​​ການ​ແຈ້ງ​ແບບ​ລວມ​ສູນ​ດ້ານ​ເສດ​ຖະ​ກິດ ຕາມ​ຂໍ້​ກຳ​ນົດ​ຂອງ ອີ​ຢູ. ສະ​ນັ້ນ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ອຸ​ປະ​ສັກ​ດ້ານ​ນິ​ຕິ​ກຳ​ສາ​ກົນ​ສຸດ​ທ້າຍ​ທີ່​ໄດ້​ຮັບ​ການ​ແກ້​ໄຂ, ເປີດ​ຊ່ອງ​ທາງ​ເພື່ອ​ໃຫ້​ໂຄງ​ການ​ຜັນ​ຂະ​ຫຍາຍ​ຖືກ​ຕາມ​ຄວາມ​ຄືບ​ໜ້າ.

ກ່ອນ​ໜ້ານັ້ນ, ວັນ​ທີ 16 ມິ​ຖຸ​ນາ, ບັນ​ດາ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກ​ກະ​ສານ​ຮ່ວມ​ມື​ຢູ່​່​ທ່າອາ​ກາດ​ສະ​ຍານ​ສາ​ກົນ ເວິນ​ດົນ (ກວາງ​ນິງ) ເພື່ອ​ພັດ​ທະ​ນາ​ໜ່ວຍ​ບຳ​ລຸງ​ຮັກ​ສາ, ຊ້ອ​ນ​ແປງ, ປັບ​ປຸງເຮືອ​ບິນ (MRO) ດ້ວຍຍອດ​ເງິນ​ລົງ​ທຶນ 360 ລ້ານ USD ໃນ​ເນື້ອ​ທີ່​ດິນກວ່າ 20 ເຮັກ​ຕາ. ເມື່ອ​ໄດ້​ນຳ​ເຂົ້າ​ໃຊ້​ການ, ນີ້​ຈະ​ແມ່ນ​ໜ່ວຍ MRO ​ທີ່ມີ​ຂອບ​ຂະ​ໜາດ​ໃຫຍ່​ທຳ​ອິດ​ຢູ່​ສ​ະ​ໜາມ​ບິນ​ເອ​ກະ​ຊົນ​ຢູ່ ຫວຽດ​ນາມ.

(ແຫຼ໋ງຄັດຈາກ VOV)

ຫວຽດນາມ ແລະ ເອີລົບ ເຊື່ອມຕໍ່ຢ່າງຮອບດ້ານ

ຫວຽດນາມ ແລະ ເອີລົບ ເຊື່ອມຕໍ່ຢ່າງຮອບດ້ານ

ສັນຍາດັ່ງກ່າວມີລັກສະນະຢ່າງຮອບດ້ານ ແລະ ທັນສະໄໝ, ກວມເອົາຫຼາຍຂົງເຂດ: ການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ, ສິດຊັບສິນທາງປັນຍາ…

Top