ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງຕ້ອງມີການລວບລວມໃນການປະສານງານລວມຂອງທັງ 4 ໂຄງການເປົ້າໝາຍແຫ່ງຊາດ ເພື່ອສ້າງກຳລັງໜູນພັດທະນາລວມ
ຕ້ອງສຸມໃສ່ປະຕິບັດ 4 ໂຄງການເປົ້າໝາຍແຫ່ງຊາດຢ່າງຂ້ຽວຂາດ, ແທ້ຈິງ, ມີປະສິດທີຜົນກວ່າອີກ. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ທີ່ວາລະປະຊຸມຄະນະຊີ້ນຳຄັ້ງທີ 1 ພາຍຫຼັງບູລະນະໃຫ້ສົມບູນແບບ, ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 09 ກໍລະກົດ, ຢູ່ ຮ່າໂນ້ຍ.
ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງຕ້ອງມີການລວບລວມໃນການປະສານງານລວມຂອງທັງ 4 ໂຄງການເປົ້າໝາຍແຫ່ງຊາດ ເພື່ອສ້າງກຳລັງໜູນພັດທະນາລວມ, ໂດຍສະເພາະແມ່ນບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ບໍລິເວນຊົນນະບົດເຂດພູດອຍ, ເຂດຊາວຊົນເຜົ່າສ່ວນໜ້ອຍ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເປັນພິເສດເຖິງການຄົ້ນຄວ້າການສັບຊ້ອນເຂົ້າກັນ, ປະມວນບັນດາໂຄງການເປົ້າໝາຍແຫ່ງຊາດຕາມທິດປະມວນຕ້ອງແທ້ຈິງ.
“ໂຄງການເປົ້າໝາຍແຫ່ງຊາດໃໝ່ຕ້ອງປະມວນພື້ນຖານເຮັດແຈ້ງເປົ້າໝາຍຂອງແຕ່ລະເນື້ອໃນ: ຊົນນະບົດໃໝ່, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຊົນເຜົ່າສ່ວນໜ້ອຍ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ… ຕ້ອງປະມວນບັນດາເປົ້າໝາຍເຂົ້າກັນ. ເນື້ອໃນໃດທີ່ສັບຊ້ອນເຂົ້າກັນໄດ້, ເນື້ອໃນໃດຕ້ອງສ້າງເປັນລະອຽດ, ຍ້ອນມີບັນດາເນື້ອໃນທີ່ທັບຊ້ອນກັນແມ່ນຕ້ອງສັບຊ້ອນເຂົ້າກັນ. ທີ 2, ໝວດໜ້າທີ່ມາດຕະການຂຶ້ນກັບຄວາມຮັບຜິດຊອບຂອງກະຊວງໃດ, ກະຊວງນັ້ນ ຕ້ອງຕິດຕາມການປະຕິບັດຕໍ່ໄປ”.
ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງວ່າ ຊ້າສຸດໃນເດືອນ ກໍລະກົດ 2026 ບັນດາກະຊວງຕ້ອງສ້າງແຜນການຈັດແບ່ງແຫຼ່ງທຶນໄລຍະກາງ 2026 – 2030 ໃຫ້ສຳເລັດ.
(ແຫຼ໋ງຄັດຈາກ VOV)