ເຂົ້າຮ່ວມລາຍການມີຖັນແຖວແພດໝໍທີ່ມາຈາກໂຮງໝໍເສນາຮັກ 4, ໂຮງໝໍເສນາຮັກ 103, ສາທາລະນະສຸກທ້ອງຖິ່ນ ແລະ ຄະນະເສນາຮັກຂອງ ລາວ.
ຕອນເຊົ້າວັນທີ 08 ກໍລະກົດ, ຢູ່ສຸກສາລາ ແທັງຖຸຍ, ຕາແສງ ກິມບາງ, ແຂວງ ເງະອານ, ກົມເສນາຮັກ (ກົມໃຫຍ່ພະລາທິການ - ເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ສົມທົບກັບກົມເສນາຮັກ (ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ) ຈັດການກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ການເຄື່ອນໄຫວນອນໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3.
ເຂົ້າຮ່ວມລາຍການມີຖັນແຖວແພດໝໍທີ່ມາຈາກໂຮງໝໍເສນາຮັກ 4, ໂຮງໝໍເສນາຮັກ 103, ສາທາລະນະສຸກທ້ອງຖິ່ນ ແລະ ຄະນະເສນາຮັກຂອງ ລາວ. ນັບແຕ່ຂັ້ນຕາແສງ, ປະຊາຊົນໄດ້ເຂົ້າເຖິງບັນດາການບໍລິການກວດຂະແໜງພາຍໃນ, ຂະແໜງພາຍນອກ, ຂະແໜງແມ່່ ແລະ ເດັກ, ໃຫ້ຄຳປຶກສາດ້ານສຸຂະພາບ… ໃນການກວດພະຍາດ, ກຳລັງເສນາຮັກ ຫວຽດນາມ ໄດ້ມອບຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ ຈຳນວນ 1.400 ຖົງ. ການເຄື່ອນໄຫວນີ້ ບໍ່ພຽງແຕ່ປະກອບສ່ວນເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນເຂດຊາຍແດນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ຖັນແຖວເສນາຮັກ 2 ປະເທດຮໍ່າຮຽນເອົາປະສົບການ, ແລກປ່ຽນບົດຮຽນເພື່ອຍົກສູງສີມືອາຊີບໃນການຜັນຂະຫຍາຍໜ້າທີ່.
ຕາມແຜນການ, ຕອນເຊົ້າວັນທີ 09 ກໍລະກົດ, ຄະນະປະຕິບັດງານຈະປະຕິບັດການກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢູ່ບ້ານ ນ້ຳອ້ອນ, ເມືອງ ໄຊຈຳພອນ, ແຂວງ ບໍລິຄຳໄຊ.
(ແຫຼ໋ງຄັດຈາກ VOV)