• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ຕ້ອນຮັບຄົນເຈັບນັບແຕ່ວັນທີ 09 ກໍລະກົດ

ດ້ວຍຖັນແຖວແພດໝໍທີ່ມີຫຼາຍປະສົບການ 400 ຄົນໄດ້ຈັດສົ່ງຈາກ​ຮາກ​ຖານ ຮ່າໂນ້ຍ ພ້ອມກັບລະບົບເຄື່ອງອຸປະກອນທັນສະໄໝ, ໂຮງໝໍໄດ້ຮັບຄວາມຫວັງວ່າຈະຊ່ວຍຫຼຸດຜ່ອນຈຳນວນຄົນເຈັບໃຫ້ແກ່ໂຮງໝໍປິ່ນປົວສາຍສຸດທ້າຍ

(ພາບປະກອບ: VNA)

ນັບ​ແຕ່​ວັນ​ທີ 09 ກໍ​ລະ​ກົດ, ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ດ​ຶກ ສາ​ຂາ ນິງ​ບິ່ງ ຕ້ອນ​ຮັບ​ຄົນ​ເຈັບຢ່າງ​ເປັນ​ທາງ​ການ. ດ້ວຍ​ຖັນ​ແຖວ​ແພດ​ໝ​ໍ​ທີ່​ມີຫຼາຍ​ປະ​ສົບ​ການ​ 400 ​ຄົນໄດ້​ຈັດ​ສົ່ງ​ຈາກ​ຮາກ​ຖານ ຮ່າ​ໂນ້ຍ ພ້ອມ​ກັບ​ລະ​ບົບ​ເຄື່ອງ​ອຸ​ປະ​ກອນ​ທັນ​ສະ​ໄໝ, ໂຮງ​ໝໍ​ໄດ້​ຮັບ​ຄວາມ​ຫວັງ​ວ່າຈະ​ຊ່ວຍ​ຫຼຸດ​ຜ່ອນຈຳ​ນວນ​ຄົນ​ເຈັບ​ໃຫ້​ແກ່​ໂຮງ​ໝໍ​ປິ່ນ​ປົວ​ສາຍ​ສຸດ​ທ້າຍ, ພ້ອມ​ກັນ​ນັ້ນ, ກໍ່​ນຳ​ເອົາ​ການ​ບໍ​ລິ​ການ​ການ​ແພດ​​ເຕັກ​ນິກສູງ​ເຂົ້າ​ມາ​ໃກ​້​ກັບ​ປະ​ຊາ​ຊົນ​ຢູ່​ທາງ​ທິດ​ໃຕ້​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ແດ​ງ ແລະ ບັນ​ດາ​ແຂ​ວງ​ຢູ່​ໃກ້​ຄ​ຽງ​​ຫຼາຍກວ່າ​ອີກ.

ທ​່ານ​ຮອ​ງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ເຢືອງ​ດຶກ​​ຮຸ່ງ, ​ອຳ​ນວຍ​ການ​ໂຮງ​ໝ​ໍ​ມິດ​ຕະ​ພາບ ຫວຽດ​ດຶກ, ຢືນ​ຢັນ​ວ່າ:

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ຄຸນ​ນະ​ພາບການ​ບໍ​ລິ​ການ​​ສາ​ທາ​ລະ​ນະ​ສຸກຢູ່​ສາ​ຂາ ນິງ​ບິ່ງ ຍັງ​​ຈະດີກວ່າ​ຮາກ​ຖານ​ຢູ່ ຮ່າ​ໂນ້ຍ ສ່ວນ​ໃດ​ສ່ວນ​ໜຶ່ງ. ເຄື່ອງ​ອຸ​ປະ​ກອນ​ຢູ່​ທີ່ນີ້​ແມ່ນ​ລຸ້ນ​ໃໝ່, ທັນ​ສະ​ໄໝ​ກວ່າ​ເມື່ອ​ທຽບ​ໃສ່​​ຮາກ​ຖານ ຮ່າ​ໂນ້ຍ, ​ເຊິ່ງໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ໂດຍ​ຖັນ​ແຖວ​ແພ​ດ​ໝໍ, ພາ​ລະ​ກອນ​ທີ່​ມີ​ປະ​ສົບ​ການ​ຫຼາຍ​ຈາກ​ຮາ​ກ​ຖານ ຮ່າ​ໂນ້ຍ”.

ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ດຶກ ສາ​ຂາ ນິງ​ບິ່ງ ມີ​ຂອບ​ຂະ​ໜ​າດ 1.000 ຕ​ຽງ, ຊ່ວຍ​ຫຼຸດ​ຜ່ອນ​ລາຍ​ຈ່າຍ​ໃນ​ການ​ໄປ​ມາ, ເວ​ລາ​ລໍ​ຖ້າ ແລະ ຍົກ​ສູງ​ໂອ​ກາດ​ປິ່ນ​ປົວ​ຢ່າງ​ທັນ​ການ​ໃຫ້​ແກ່​ຄົນ​ເຈັບ.

(ແຫຼ໋ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມວາລະປະຊຸມຄະນະຊີ້ນຳປະຕິບັດໂຄງການເປົ້າໝາຍແຫ່ງຊາດ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມວາລະປະຊຸມຄະນະຊີ້ນຳປະຕິບັດໂຄງການເປົ້າໝາຍແຫ່ງຊາດ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງຕ້ອງມີການລວບລວມໃນການປະສານງານລວມຂອງທັງ 4 ໂຄງການເປົ້າໝາຍແຫ່ງຊາດ ເພື່ອສ້າງກຳລັງໜູນພັດທະນາລວມ

Top