ເມື່ອໄດ້ນຳເຂົ້າໃຊ້ການ, ນີ້ຈະແມ່ນໜ່ວຍ MRO ທີ່ມີຂອບຂະໜາດໃຫຍ່ທຳອິດຢູ່ສະໜາມບິນເອກະຊົນຢູ່ ຫວຽດນາມ.
ສະໜາມບິນ ເວິນດົນ (ພາບປະກອບ: VNA)
ວັນທີ 08 ກໍລະກົດ, ຄະນະກຳມະການ ເອີລົບ (ອີຊີ), ໄດ້ອະນຸມັດຜ່ານການສ້າງຕັ້ງບໍລິສັດຮ່ວມທຸລະກິດ HAECO Vietnam (Aircraft Engineering) Company Limited ລະຫວ່າງ ກຸ່ມບໍລິສັດ Sun Group ຂອງ ຫວຽດນາມ, Hong Kong Aircraft Engineering Company Limited (HAECO) ຂອງຮົ່ງກົງ (ຈີນ), ພ້ອມກັບ 2 ຄູ່ຮ່ວມມື ຍີ່ປຸ່ນ ແມ່ນ Toyota Tsusho Corporation ແລະ Japan Airlines. ບໍລິສັດຮ່ວມທຸລະກິດນີ້ຈະເຄື່ອນໄຫວໃນຂົງເຂດບຳລຸງຮັກສາເຮືອບິນການຄ້າຢູ່ ຫວຽດນາມ.
ເຖິງວ່າບໍລິສັດຮ່ວມທຸລະກິດນີ້ໄດ້ຕັ້ງຢູ່ ຫວຽດນາມ, ແຕ່ການຮ່ວມມືນີ້ຍັງຕ້ອງຍື່ນສະເໜີຕໍ່ຄະນະກຳມະການ ເອີລົບ ພິຈາລະນາ ຍ້ອນລາຍຮັບທົ່ວໂລກຂອງ HAECO, Toyota Tsusho ແລະ Japan Airlines ໄດ້ເກີນການກຳນົດການແຈ້ງແບບລວມສູນດ້ານເສດຖະກິດ ຕາມຂໍ້ກຳນົດຂອງ ອີຢູ. ສະນັ້ນ, ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າແມ່ນອຸປະສັກດ້ານນິຕິກຳສາກົນສຸດທ້າຍທີ່ໄດ້ຮັບການແກ້ໄຂ, ເປີດຊ່ອງທາງເພື່ອໃຫ້ໂຄງການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
ກ່ອນໜ້ານັ້ນ, ວັນທີ 16 ມິຖຸນາ, ບັນດາຝ່າຍໄດ້ລົງນາມໃນເອກກະສານຮ່ວມມືຢູ່່ທ່າອາກາດສະຍານສາກົນ ເວິນດົນ (ກວາງນິງ) ເພື່ອພັດທະນາໜ່ວຍບຳລຸງຮັກສາ, ຊ້ອນແປງ, ປັບປຸງເຮືອບິນ (MRO) ດ້ວຍຍອດເງິນລົງທຶນ 360 ລ້ານ USD ໃນເນື້ອທີ່ດິນກວ່າ 20 ເຮັກຕາ. ເມື່ອໄດ້ນຳເຂົ້າໃຊ້ການ, ນີ້ຈະແມ່ນໜ່ວຍ MRO ທີ່ມີຂອບຂະໜາດໃຫຍ່ທຳອິດຢູ່ສະໜາມບິນເອກະຊົນຢູ່ ຫວຽດນາມ.