ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາຈະອະນຸຍາດໃຫ້ ຢູແກຼນຜະລິດລູກສອນໄຟປ້ອງກັນອາກາດ Patriot, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທັງລັດເຊຍ ແລະ ຢູແກຼນລ້ວນແຕ່ປາດຖະໜາຢາກຢຸດຕິການປະທະກັນ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ (ພາບ: ຊິນຮົວ/VNA)
ວັນທີ 8 ກໍລະກົດ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາຈະອະນຸຍາດໃຫ້ ຢູແກຼນຜະລິດລູກສອນໄຟປ້ອງກັນອາກາດ Patriot, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທັງລັດເຊຍ ແລະ ຢູແກຼນລ້ວນແຕ່ປາດຖະໜາຢາກຢຸດຕິການປະທະກັນ. ກ່າວຄຳເຫັນທີ່ການພົບປະກັບທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຢູ່ນອກກອງປະຊຸມສຸດຍອດ NATO (ກຸ່ມສົນທິສັນຍາອັດລັງຕິກເໜືອ) ຢູ່ນະຄອນ Ankara (ຕວັກກີ), ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ທັງລັດເຊຍ ແລະ ຢູແກຼນລ້ວນແຕ່ຢາກຢຸດຕິການປະທະກັນນີ້, ແຕ່ຖືວ່າ ວິວັດການເຈລະຈາຍັງປະສົບກັບສິ່ງກີດຂວາງຫຼາຍຢ່າງ.
ສ່ວນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ການພົບປະແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບເນື້ອໃນສຳຄັນທີ່ສຸດຈຳນວນໜຶ່ງ, ພ້ອມທັງສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ຄູ່ຮວ່ມຕຳແໜ່ງອາເມລິກາ ຈະມານະພະຍາຍາມຊຸກຍູ້ການຢຸດຕິການປະທະກັນທີ່ໄດ້ແກ່ຍາວຮອດປີທີ 5. ແຕ່ດົນນານແລ້ວ, ທ່ານປະທານາທິບໍດີ Volodymyr Zelensky ໄດ້ຮຽກຮ້ອງໃຫ້ ອາເມລິກາ ສະໜອງລູກສອນໄຟປ້ອງກັນອາກາດ Patriot ຕື່ມອີກ, ເຊິ່ງແມ່ນອາວຸດປະເພດ ທີ່ໄດ້ຮັບຖືວ່າມີຄວາມສາມາດສະກັດກັ້ນລູກສອນໄຟນຳວິຖີທີ່ມີປະສິດທິຜົນ ເຊິ່ງຢູແກຼນພວມຂາດເຂີນຢ່າງແຮງ.