• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ ຟ້າມ​ຮຸ່ງ

ຕອນເຊົ້າວັນທີ 11 ມິຖຸນາ, ແຂວງວິງລອງໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານສະພາລັດຖະມົນຕີ ຟ້າມຮຸ່ງ (11 ມິຖຸນາ 1912 – 11 ມິຖຸນາ 2022).
  ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບການນຳພັກ, ລັດ ຫວຽດນາມ ຈູດທູບໄຕ້ທຽນ (ພາບ: VOV)  

 ເຂົ້າຮ່ວມພິທີມີ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານອະດີດປະທານປະເທດ ຫງວຽນມິງຈຽດ, ທ່ານອະດີດນາຍົກລັດຖະມົນຕີ ຫງວຽນເຕິນຢຸງ, ທ່ານນາງ ຫງວຽນທິກິມເງິນ ອະດີດປະທານສະພາແຫ່ງຊາດ, ທ່ານ ຫວໍວັນເຖືອງຜູ້ປະຈຳການຄະນະເລຂາສູນກາງພັກ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ມິຖຸນາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະການນຳ, ອະດີດການນຳພັກ, ລັດ ໄປ ຖະຫວາຍທູດທຽນ ແລະ ດອກໄມ້ ອາໄລຫາ, ສະແດງຄວາມຮູ້ບຸນຄຸນທ່ານປະທານສະພາລັດຖະມົນຕີ ຟ້າມຮຸ່ງ ຢູ່ເຂດອະນຸສາວະລີ ປະທານສະພາລັດຖະມົນຕີຟ້າມຮຸ່ງ ຢູ່ບ້ານເອິບລອງທັງ A, ຕາແສງລອງເຟືອກ, ເມືອງ ລອງໂຮ່, ແຂວງ ວິງລອງ. ຕໍ່ຈາກນັ້ນ, ທ່ານ ຫງວຽນຊວັນຟຸກ  ແລະ ຄະນະການນຳ, ອະດີດການນຳພັກ, ລັດ ໄດ້ໄປຢ້ຽມຢາມເຂດວາງສະແດງພາບຖ່າຍ, ວັດຖຸອັນລ້ຳຄ່າກ່ຽວກັບທ່ານປະທານສະພາລັດຖະມົນຕີ ຟ້າມຮຸ່ງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top