ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມປາດຖະໜາຢາກຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ກັບ ອັງກິດ

ທີ່ການຕ້ອນຮັບທ່ານສາດສະດາຈານ Mohammed Abdel, ອະທິການບໍດີ ມະຫາວິທະຍາໄລ Liverpool, ທັງເປັນຜູ້ຕາງໜ້າ ສະຖາບັນຄົ້ນຄ້ວາ Hume ຂອງ ສະວິດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ມະຫາວິທະຍາໄລ Liverpool, ສະຖາບັນຄົ້ນຄ້ວາ Hume ອາດຈະມີການຮ່ວມສຳພັນ ກັບບັນດາມະຫາວິທະຍາໄລ, ຮາກຖານຄົ້ນຄ້ວາ ຕ່າງໆໃນການຮ່ວມມື ກັບ ຫວຽດນາມ. ທ່ານສາດສະດາຈານ Mohammed Abdel ໄດ້ເຫັນດີເປັນເອກະພາບຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະແດງຄວາມປາດຖະໜາຢາກ ຊຸກຍູ້ບັນດາໂຄງການຮ່ວມມືຢ່າງລະອຽດ ກັບ ຫວຽດນາມ ເພື່ອບັນລຸໄດ້ປະສິດທິຜົນຢ່າງແທດຈິງ.
ທີ່ການຕ້ອນຮັບທ່ານປະທານ ກຸ່ມບໍລິສັດ ທົ່ວໂລກ Pacific Land Pattrick Mckillen, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ບັນດາໂຄງການຂອງ ກຸ່ມບໍລິສັດ ຢູ່ ຫວຽດນາມ, ເປັນຕົ້ນແມ່ນໂຄງການເຂດເຕັກໂນໂລຢີຊີວະສາດ ຢູ່ຮ່າໂນ້ຍ ຊຶ່ງໄດ້ສວມບົດບາດເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາພະຍາດທີ່ເກີດຂຶ້ນໃໝ່…
ທີ່ການຕ້ອນຮັບຜູ້ອຳນວຍການກຸ່ມບໍລິສັດ Jardines Adam Keswick, ທ່ານ Alain Cany
ປະທານກຸ່ມບໍລິສັດ Jardines ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວຮ່ວມມື ດຳເນີນທຸລະກິດຂອງ ກຸ່ມບໍລິສັດ ກັບບັນດາວິສາຫະກິດໃຫຍ່ຂອງ ຫວຽດາມ ຄື: ເຈື່ອງຫາຍ Thaco, Vinamilk…
(ແຫຼ່ງຄັດຈາກ VOV)