ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ

ວັນທີ 31 ຕຸລາ, ຢູ່ນະຄອນ Edinburgh , Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດ, ມະຫາວິທະຍາໄລ ຂອງ ອັງກິດຈຳນວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານສາດສະດາຈານ Mohammed Abdel, ອະທິການບໍດີ ມະຫາວິທະຍາໄລ Liverpool (ພາບ: VGP)

ທີ່ການຕ້ອນຮັບທ່ານສາດສະດາຈານ Mohammed Abdel, ອະທິການບໍດີ ມະຫາວິທະຍາໄລ Liverpool, ທັງເປັນຜູ້ຕາງໜ້າ ສະຖາບັນຄົ້ນຄ້ວາ Hume ຂອງ ສະວິດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ມະຫາວິທະຍາໄລ Liverpool, ສະຖາບັນຄົ້ນຄ້ວາ Hume ອາດຈະມີການຮ່ວມສຳພັນ ກັບບັນດາມະຫາວິທະຍາໄລ, ຮາກຖານຄົ້ນຄ້ວາ ຕ່າງໆໃນການຮ່ວມມື ກັບ ຫວຽດນາມ. ທ່ານສາດສະດາຈານ Mohammed Abdel ໄດ້ເຫັນດີເປັນເອກະພາບຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະແດງຄວາມປາດຖະໜາຢາກ ຊຸກຍູ້ບັນດາໂຄງການຮ່ວມມືຢ່າງລະອຽດ ກັບ ຫວຽດນາມ ເພື່ອບັນລຸໄດ້ປະສິດທິຜົນຢ່າງແທດຈິງ.

ທີ່ການຕ້ອນຮັບທ່ານປະທານ ກຸ່ມບໍລິສັດ ທົ່ວໂລກ Pacific Land Pattrick Mckillen, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ບັນດາໂຄງການຂອງ ກຸ່ມບໍລິສັດ ຢູ່ ຫວຽດນາມ, ເປັນຕົ້ນແມ່ນໂຄງການເຂດເຕັກໂນໂລຢີຊີວະສາດ ຢູ່ຮ່າໂນ້ຍ ຊຶ່ງໄດ້ສວມບົດບາດເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາພະຍາດທີ່ເກີດຂຶ້ນໃໝ່…

ທີ່ການຕ້ອນຮັບຜູ້ອຳນວຍການກຸ່ມບໍລິສັດ Jardines Adam Keswick, ທ່ານ Alain Cany

ປະທານກຸ່ມບໍລິສັດ Jardines ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວຮ່ວມມື ດຳເນີນທຸລະກິດຂອງ ກຸ່ມບໍລິສັດ ກັບບັນດາວິສາຫະກິດໃຫຍ່ຂອງ ຫວຽດາມ ຄື: ເຈື່ອງຫາຍ Thaco, Vinamilk…

(ແຫຼ່ງຄັດຈາກ VOV)


top