ຕອນບ່າຍວັນທີ 12 ພະຈິກ, ຢູ່ ຮ່າໂນ້ຍ, ໃນຂອບເຂດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ບັນດາ ສສຊ ໄດ້ຊັກຖາມທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮຶງ.
ສຳລັບການເຕີບໂຕເສດຖະກິດ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃຫ້ຮູ້ວ່າ: ລັດຖະບານສູ້ຊົນການເຕີບໂຕສູງ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້. ຕາມທ່ານນາຍົກລັດຖະມົນຕີ ເລມິນຮຶງ, ວຽກງານທຳອິດ ແລະ ສຳຄັນທີ່ສຸດແມ່ນຕ້ອງສ້າງລະບອບລະບຽບການໃຫ້ສົມບູນແບບ:
ຕ້ອງສ້າງຂອບເຂດນິຕິກຳໂປ່ງໃສ, ສອດຄ່ອງກັບບັນດາກົດລະບຽບ ແລະ ມາດຖານສາກົນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ ປຊຊ, ວິສາຫະກິດ, ນັກລົງທຶນຕ່າງປະເທດ ມີຄວາມອຸ່ນອຽນໃຈເຂົ້າໃນສະພາບແວດລ້ອມນິຕິກຳ. ຫວຽດນາມ ມີບັນດາຂໍ້ກຳນົດຂອງກົດໝາຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ. ດັ່ງນັ້ນ ຕ້ອງສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງລະບອບລະບຽບການຈະແຈ້ງ ແລະ ປະຕິບັດງ່າຍ.
ສຳລັບການໜູນຊ່ວຍວິສາຫະກິດພາຍໃນປະເທດ ກໍ່ຄືໜ້າທີ່, ມາດຕະການເພື່ອເພີ່ມທະວີກຳລັງຄວາມສາມາດໃນການສົ່ງອອກ, ກຳລັງຄວາມສາມາດເຄື່ອນໄຫວຂອງບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມບັນດາລະບົບສະໜອງທົ່ວໂລກ ແລະ ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດແບບຍືນຍົງຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃຫ້ຮູ້ວ່າ:
“ຢາກເພີ່ມທະວີກຳລັງຄວາມສາມາດຂອງບັນດາວິສາຫະກິດ ກ່ອນອື່ນໝົດ ລັດຕ້ອງມີກົນໄກກະຕຸ້ນສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດຜະລິດ, ດຳເນີນທຸລະກິດ. ຫວ່າງແລ້ວນີ້, ລັດຖະບານໄດ້ປະກາດໃຊ້ໂຄງການພັດທະນາອຸດສາຫະກຳສະໜັບສະໜູນ, ມີຍຸດທະສາດຊຸກຍູ້ການສົ່ງອອກສິນຄ້າ ຮອດປີ 2030; ບັນດາໂຄງການສົ່ງເສີມການຄ້າ, ເປີດກວ້າງຕະຫຼາດສົ່ງອອກ; ບັນດາໂຄງການປະຕິບັດບັນດາສັນຍາການຄ້າເສລີ ແລະ ສົ່ງເສີມການເຊື່ອມຕໍ່ບັນດາວິສາຫະກິດທີ່ມີທຶນລົງທຶນໂດຍກົງຈາກຕ່າງປະເທດ ກັບວິສາຫະກິດ ຫວຽດນາມ, ຍົກສູງກຳລັງຄວາມສາມາດເປັນເຈົ້າໃຫ້ແກ່ພື້ນຖານເສດຖະກິດ.






