ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຕອບ​ຄຳ​ຊັກ​ຖາມ. (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

ສຳ​ລັບ​ກ​ານ​ເຕີບ​ໂຕ​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໃຫ້​ຮູ້​ວ່າ: ​ລັດ​ຖະ​ບານ​ສູ້​ຊົນ​ການ​ເຕີບ​ໂຕ​ສູງ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ, ວຽກ​ງານ​ທຳ​ອິດ ແລະ ສຳ​ຄັ​ນ​ທີ່​ສຸດ​ແມ່ນ​ຕ້ອງ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ:

ຕ້ອງ​ສ້າງຂອບ​ເຂດ​ນິ​ຕິ​ກຳ​ໂປ່​ງ​ໃສ, ສອດ​ຄ່ອງ​ກັບ​ບັນ​ດາ​ກົດ​ລະ​ບຽບ ແລະ ມາດ​ຖານ​ສາ​ກົນ, ສ​້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່ ປ​ຊ​ຊ, ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​​ຕ່າງ​ປະ​ເທດ ມີ​ຄວາມ​ອຸ່ນ​ອຽນ​ໃຈ​ເຂົ້າ​ໃນ​ສະ​ພາບ​ແວດ​ລ້ອມ​ນິ​ຕິ​ກຳ. ຫວຽດ​ນາມ ມີ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ນັກ​ລົງ​ທຶນ. ດັ່ງ​ນັ້ນ ຕ້ອງ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ສ້າງ​ລະ​ບອບ​ລະ​ບຽບ​ການ​ຈະ​ແຈ້ງ ແລະ ປະ​ຕິ​ບັດ​ງ່າຍ.

ສ​ຳ​ລັບ​ການ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ​ພ​າຍ​ໃນ​ປະ​ເທດ ກໍ່​ຄື​ໜ້າ​ທີ່, ມາດ​ຕະ​ການ​ເພື່ອເພີ່ມ​ທະ​ວ​ີ​ກ​ຳ​ລັງຄ​ວ​າມ​ສາ​ມາດ​ໃນ​ການ​ສົ່ງ​ອອກ, ກຳ​ລັງ​ຄວ​າມ​ສາ​ມາດ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫ​ະ​ກິດ ຫວຽ​ດ​ນາມ ເຂົ້າ​ຮ່ວມ​ບັນ​ດ​າ​ລະ​ບົບ​ສະ​ໜອງ​ທົ່ວ​ໂລ​ກ ແລະ ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາ​ດ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ນ​ຮຶງ ໃຫ້​ຮູ້​ວ່າ:

“ຢາກ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາ​ດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ກ​່ອນ​ອື່ນໝົດ ລັດ​ຕ້ອງມີ​ກົນ​ໄກ​ກະ​ຕຸ້ນ​ສົ່ງ​ເສີມ, ໜູ​ນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຫວ່າ​ງ​ແລ້​ວນີ້, ລັດ​ຖະ​ບ​າ​ນ​ໄດ້​ປະ​ກາດ​ໃຊ້​ໂຄງກ​ານ​ພັດ​ທະ​ນາ​ອຸດ​ສາ​ຫ​ະ​ກຳ​ສະ​ໜັບ​ສະ​ໜູນ, ມີ​ຍຸດ​ທະ​ສາດ​ຊຸກ​ຍູ້​ການ​ສົ່ງ​ອອກ​ສິນ​ຄ້າ ຮ​ອດ​ປີ 2030; ບັນ​ດາ​ໂຄງ​ການ​ສົ່ງ​ເສ​ີ​ມ​ການ​ຄ້າ, ເປີດກ​ວ້າງ​ຕະຫຼາດ​ສົ່ງ​ອອກ; ບັນ​ດາ​ໂຄງ​ການ​ປ​ະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ແລະ ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ທຶນ​ລົງ​ທຶນ​ໂດຍກ​ົງ​ຈາກ​ຕ່າງ​ປະ​ເທດ ກັບ​ວິ​ສ​າ​ຫ​ະ​ກິດ ຫວຽດ​ນາມ, ຍົກ​ສູງ​ກຳ​ລ​ັງ​ຄວາ​ມ​ສ​າມ​າ​ດ​ເປັນ​ເຈົ້າ​ໃຫ້​ແກ່​ພື້ນ​ຖານ​ເສ​ດ​ຖະ​ກິດ.


top