• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Timor-Leste Kay Rala Xanana Gusmão ມາ ​ຮ່າ​ໂນ້ຍ ເລິ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ພຶດ​ສະ​ພາ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ ສ​ປ Timor-Leste Kay Rala Xanana Gusmão ໄດ້​ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ​ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ແຕ່​ວັນ​ທີ 7 ຫາ​ວັນ​ທີ 10 ມິ​ຖຸ​ນາ ຕາມ​ຄຳ​ເຊິນ​ຂອງ​ທ່ານ ເລ​ມິນ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.
  ທ່ານ ຫວູ​ຫາຍກວັນ ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຕ້ອນ​ຮັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ Timor-Leste Kay Rala Xanana Gusmão ຢູ່​ສະໜາມ​ບິນ​ຮ່າ​ໂນ້ຍ (ພາບ: TTXVN)  

ຕາມ​ທ່ານ ຟ້າມ​ບິນ​ດາມ ອຸປະ​ທູດ ຫວຽດ​ນາມ ປະ​ຈຳ Timor-Leste ແລ້ວ ການ​ຢ້ຽມ​ຢາມ ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ ແລະ​ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ ສ​ປ Timor-Leste Kay Rala Xanana Gusmão ມີຄວາມ​ໝາຍ​ສຳ​ຄັນ​ ບໍ່​ພຽງ​ແຕ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ສຳ​ລັບ​ວິ​ວັດ​ການ​ເຊື່ອມ​ໂຍງ ອາ​ຊຽ​ນ​ຂອງ Timor Leste ອີກ​ອ້ວຍ ພາຍຫຼັງ​ທີ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ທີ 11 ຂອງ ອາ​ຊຽນ.

ເລື່ອງ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Timor Leste ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ໃນຫຼາຍ​ດ້ານ ພ້ອມ​ທັງ​ອາດ​ຈະ​ຖື​ວ່າ ແມ່ນ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 14 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊື່ງ​ຖື​ວ່າ ການ​ພົວ​ພັນ​ຕ່າງ​ປະ​ເທດ​ແມ່ນ​ມີ​ພາ​ລະ​ກຳ​ສຳ​ຄັນ, ເປັນ​ປະ​ຈຳ ຮັບ​ໃຊ້​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງ​ແທດ​ຈິງ. ນຳ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແລະ Timor Leste ຂຶ້ນສູ່​ລະ​ດັບ​ໃໝ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ, ປ​ຊ​ຊ ສອງ​ປະ​ເທດ ພ້ອມ​ທັງ​ປະ​ກອບ​ສ່ວນ​ສ້າງ ອາ​ຊຽນ ສາ​ມັກ​ຄີ, ກວມ​ລວມ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.

ໃນ​ຂອບ​ເຂດ​ການ​ຢ້ຽ​ໝ​ຢາມ, ຄາດ​ວ່າ ສອງ​ຝ່າຍ​ຈະ​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ສຳ​ຄັນ​ຈຳ​ນວນ​ໜຶ່ງ ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ ແລະ ເງື່ອນ​ໄຂ​ສະ​ດວກ ຊຸກ​ຍູ້​ການ​ຮ່ວ​ມ​ມືຫຼາຍ​ດ້ານ ແລະ ການ​ພົບ​ປະ​ແລກ​ປ່ຽນ ປ​ຊ​ຊ , ເປັນ​ພື້ນ​ຖານ​ອັນ​ຍາວນ​ນານ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ໜູນ​ໃໝ່ ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ

ກຳ​ລັງ​ໜູນ​ໃໝ່ ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ເລ​ມິນ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ທ່ານ Hun Manet ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ແຫ່ງ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3, ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ 2026.

Top