ຕອນບ່າຍວັນທີ 7 ພຶດສະພາ, ທ່ານນາຍົກລັດຖະມົນຕີປະເທດ ສປ Timor-Leste Kay Rala Xanana Gusmão ໄດ້ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຄັ້ງທີ 3 ແຕ່ວັນທີ 7 ຫາວັນທີ 10 ມິຖຸນາ ຕາມຄຳເຊິນຂອງທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ.
ທ່ານ ຫວູຫາຍກວັນ ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຢີ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ Timor-Leste Kay Rala Xanana Gusmão ຢູ່ສະໜາມບິນຮ່າໂນ້ຍ (ພາບ: TTXVN)
ຕາມທ່ານ ຟ້າມບິນດາມ ອຸປະທູດ ຫວຽດນາມ ປະຈຳ Timor-Leste ແລ້ວ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຄັ້ງທີ 3 ຂອງທ່ານນາຍົກລັດຖະມົນຕີປະເທດ ສປ Timor-Leste Kay Rala Xanana Gusmão ມີຄວາມໝາຍສຳຄັນ ບໍ່ພຽງແຕ່ສຳລັບການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງສຳລັບວິວັດການເຊື່ອມໂຍງ ອາຊຽນຂອງ Timor Leste ອີກອ້ວຍ ພາຍຫຼັງທີ່ໄດ້ເຂົ້າເປັນສະມາຊິກທີ 11 ຂອງ ອາຊຽນ.
ເລື່ອງຕ້ອນຮັບທ່ານນາຍົກລັດຖະມົນຕີ Timor Leste ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ສະແດງໃຫ້ເຫັນຄວາມປາດຖະໜາ ຢາກຊຸກຍູ້ການພົວພັນສອງຝ່າຍໃນຫຼາຍດ້ານ ພ້ອມທັງອາດຈະຖືວ່າ ແມ່ນການເຄື່ອນໄຫວຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຊື່ງຖືວ່າ ການພົວພັນຕ່າງປະເທດແມ່ນມີພາລະກຳສຳຄັນ, ເປັນປະຈຳ ຮັບໃຊ້ຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະ ການພັດທະນາປະເທດຊາດຢ່າງແທດຈິງ. ນຳການພົວພັນຢ່າງໃກ້ຊິດສະໜິດສະໜົມ, ແທດຈິງ, ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ Timor Leste ຂຶ້ນສູ່ລະດັບໃໝ່ເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ປຊຊ ສອງປະເທດ ພ້ອມທັງປະກອບສ່ວນສ້າງ ອາຊຽນ ສາມັກຄີ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໃນຂອບເຂດການຢ້ຽໝຢາມ, ຄາດວ່າ ສອງຝ່າຍຈະເຊັນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ ສ້າງພື້ນຖານດ້ານນິຕິກຳ ແລະ ເງື່ອນໄຂສະດວກ ຊຸກຍູ້ການຮ່ວມມືຫຼາຍດ້ານ ແລະ ການພົບປະແລກປ່ຽນ ປຊຊ , ເປັນພື້ນຖານອັນຍາວນນານໃຫ້ແກ່ການພົວພັນສອງປະເທດ.