ຂ່າວສານ
ທ່ານໂຕເລິມເລຂາທິການໃຫຍ່, ປະທານປະເທດ: ຫວຽດນາມ - ແດນມາກ ເສີມຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດສີຂຽວໃຫ້ມີປະສິດທິຜົນກວ່າອີກ
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ເສີມຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດສີຂຽວໃຫ້ມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ແດນມາກ ພັດທະນານັບມື້ນັບຮອບດ້ານ, ແທດຈິງ ແລະ ຍືນຍົງ.
ສ່ວນທ່ານເອກອັກຄະລັດຖະທູດ Nicolai Prytz ໃຫ້ຮູ້ວ່າ ລັດຖະບານ ແດນມາກ ຖືເລື່ອງເພີ່ມທະວີການຮ່ວມມືກັບພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນ, ໃນນັ້ນ ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຫຼັກ ແລະ ແມ່ນປະເທດບຸລິມະສິດ. ພ້ອມທັງຢັ້ງຢືນວ່າ ແດນມາກຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນວິວັດທະນາການຫັນເປັນສີຂຽວ ແລະ ພັດທະນາພະລັງງານແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ຖືວ່າ ສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືເຂົ້າບັນດາຂົງເຂດຄື ພະລັງງານທົດແທນ, ໄຟຟ້າແຮງລົມຢູ່ນອກຝັ່ງ, ພື້ນຖານໂຄງລ່າງສີຂຽວ, ຫັນເປັນດີຈີຕອນ, ສາທາລະນະສຸກ, ກະສິກຳ ແລະ ລະບົບທັນຍາຫານແບບຍືນຍົງ.






