ຕາມນັກຂ່າວສຳນັກຂ່າວສານຫວຽດນາມ, ຕອນບ່າຍວັນທີ 31 ຕຸລາ 2022, ຢູ່ຫໍສະພາປະຊາຊົນ ນະຄອນຫຼວງ ປັກກິ່ງ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ຕາງໜ້າການນໍາພັກ, ລັດ, ລັດຖະບານ ແລະ ປະຊາຊົນຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຫຼັງຈາກ 5 ປີ. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຖືວ່າ, ການຢ້ຽມຢາມມີຄວາມໝາຍສຳຄັນພິເສດສຳລັບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ຈີນ; ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເປັນຜູ້ນຳຄົນທຳອິດທີ່ ຈີນ ໄດ້ຮັບການຕ້ອນຮັບພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດ ຈີນ ແລະ ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ຈີນ ເປັນຄັ້ງທຳອິດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຖືສຳຄັນທີ່ສຸດຕໍ່ການພົວພັນລະຫວ່າງສອງພັກ ແລະ ສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ, ການນຳ ແລະ ປະຊາຊົນ ຈີນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍນຳ້ໃຈມິດຕະພາບ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຊົມເຊີຍ ຫວຽດນາມ ບັນລຸໄດ້ບັນດາຜົນງານອັນດີເດັ່ນໃນຊຸມປີຜ່ານມາ, ພິເສດແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ; ໄດ້ຕີລາຄາສູງທີ່ກອງປະຊຸມໄດ້ກຳນົດຈຸດໝາຍພັດທະນາ ແລະ ທິດທາງໃນດ້ານຕ່າງໆໃນໄລຍະປີ 2025, ປີ 2030 ແລະ ປີ 2045 - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ, ນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍ, ບັນດາໜ້າທີ່ ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກໃນໄວໆນີ້ ຢ່າງມີໄຊ.
ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ; ປາດຖະໜາຢາກພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງເຂັ້ມແຂງ ແລະ ໝັ້ນຄົງພາຍໃຕ້ຄຳຂວັນ “ເພື່ອນບ້ານໃກ້ຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບໃນໄລຍະຍາວ, ມຸ່ງໄປເຖິງອະນາຄົດ” ແລະ ຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ” ຢ່າງບໍ່ຢຸດຢັ້ງ, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.
ການນຳສອງທ່ານໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບທິດທາງໃຫຍ່ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການພົວພັນມິດຕະພາບ, ຍົກສູງປະສິດທິຜົນການຮ່ວມມືຮອບດ້ານໃນທຸກຂົງເຂດ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາ, ໝັ້ນຄົງ ແລະ ຍືນຍົງ ໃນໄລຍະຈະມາເຖິງ.
ໂດຍຕາງໜ້າໃຫ້ພັກ ແລະ ລັດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ເຊີນ ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ມາຢ້ຽມຢາມ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຂອບໃຈຢ່າງຈິງໃຈ ແລະ ຍິນດີຮັບເອົາຄຳເຊີນ.
ປະຕິບັດ: VNA/VNP