ຕອນເຊົ້າວັນທີ 9 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Seoul, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ຢ່າງຈົບງາມ ແລະ ເດີນທາງໄປຢ້ຽມຢາມທາງລັດຖະກິດ ມົງໂກລີ ຕາມຄຳເຊີນຂອງທ່ານ Sandag Byambatsogt ປະທານສະພາແຫ່ງຊາດ ມົງໂກລີ ແລະ ພັນລະຍາ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ຢ່າງຈົບງາມ (ພາບ: VNA)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Han Seong Sook, ໂອ້ລົມເຈລະຈາກັບ ທ່ານປະທານສະພາແຫ່ງຊາດ Cho Jeong Sik. ທີ່ການພົບປະຄັ້ງຕ່າງໆ, ການນຳສອງປະເທດໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ - ສ ເກົາຫຼີ, ເປັນຕົ້ນແມ່ນການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຢັ້ງຢືນ ຫວຽດນາມ ແລະ ສ ເກົາຫຼີ ໄດ້ກາຍເປັນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງກັນກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ.
ກ່ຽວກັບການກຳນົດທິດການຮ່ວມມືໄລຍະຈະມາເຖິງ, ສອງຝ່າຍເປັນເອກະພາບຜັນຂະຫຍາຍວິໄສທັດຍຸດທະສາດ ກ່ຽວກັບການຮ່ວມສຳພັນເສດຖະກິດໃນສະພາບການໃໝ່, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ, ຜ່ານນັ້ນ, ກໍ່ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2026 ແລະ ມຸ່ງໄປເຖິງຈຳນວນເງິນ 150 ຕື້ໂດລາສະຫະລັດໃນປີ 2030 ຕາມການກຳນົດທິດສົມດຸນ, ຍືນຍົງ.
(ແຫຼ່ງຄັດຈາກ VOV)