• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ​ລັດ​ເຊຍ​, ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ ທ່ານ​ Mikhail Mishustin ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: VNA)

ທີ່​ການ​ພົບ​ປະ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ລົງ​ທຶນ​ສອງ​ສົ້ນ​ຕາມ​ທິດດຸ່ນ​ດຽງ​ໃຫ້​ແຂງ​ແຮງ​ກວ່າ​ອີກ​. ພາຍ​ຫຼັງ​ຜົນ​ສຳ​ເລັດ​ຂອງ​ກຸ່ມ​ບໍ​ລິ​ສັດ TH, ຫວຽດ​ນາມ ໄດ້ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳຢູ່ ​ລັດ​ເຊຍ ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ລັດ​ເຊຍ ລົງ​ທຶນ​ເຂົ້າ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຢູ່ ຫວຽດ​ນາມ​.

​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສອງ​ຝ່າຍ​ຄວນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃໝ່​ຜ່ານ​ການຮ່ວມ​ມື​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​, ພິ​ເສດ​ແມ່ນ​ທາງ​ລົດ​ໄຟ​, ທາງ​ທະ​ເລ ແລະ ການ​ບິນ​. ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​, ການ​ຄ້າ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ສະ​ເໜີ​ໃຫ້​ລັດ​ຖະ​ບານ ລັດ​ເຊຍ ຊີ້​ນຳ​ບັນ​ດາ​ກະ​ຊວງ​, ຂະ​ແໜງ​ການ​ທີ່ກ່ຽວ​ຂ້ອງ​ສືບ​ຕໍ່​ກວດ​ກາຄືນ​, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ຄົງ​ຄ້າງ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​; ມີ​ບັນ​ດາ​ມາດ​ຕະ​ການ​ເໝາະ​ສົມ​ຕໍ່ກັບ​ບັນ​ດາ​ບັນ​ຫາ​ພາ​ສີ​ອາ​ກອນ​, ໂກ​ຕາ​, ການຂົນ​ສົ່ງ ແລະ ການ​ເຂົ້າເຖິງ​ຕະ​ຫຼາດ​, ເພີ່ມ​ທະ​ວີ​ການ​ມີ​ໜ້າ​ດ້ານ​ການ​ຄ້າ​ຂອງ ຫວຽດ​ນາມ ຢູ່ ລັດ​ເຊຍ​. ການຊີ້​ແຈ້ງ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ໂລກໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສລີ ກັບ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU) ເຊິ່ງ ລັດ​ເຊຍ ແມ່ນ​ສະ​ມາ​ຊິກ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ກໍ່​ສະ​ເໜີ​ໃຫ້ ​ລັດ​ເຊຍ ມີ​ສຽງ​ເວົ້າ​ຊຸກ​ຍູ້​ໃຫ້​ບັນ​ດາ​ປະ​ເທດ EAEU ເປີດ​ປະ​ຕູ​ຕະ​ຫຼາດ​, ແກ້​ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​, ຍົກ​ເລີກ​ກົນ​ໄກ​ປ້ອງ​ກັນ​ການ​ຄ້າມາດຖານກຳນົດ​ສຳ​ລັບ​ສິນ​ຄ້າ ຫວຽດ​ນາມ​.

​ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin ຖື​ວ່າ​: ສອງ​ຝ່າຍ​ຄວນ​ຄົ້ນ​ຄ້ວາ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຂົນ​ສົ່ງ​ທາງ​ທະ​ເລ​, ທາງ​ລົດ​ໄຟ ແລະ ຂົນ​ສົ່ງ​ດ້ວຍ​ຫຼາຍ​ຮູບ​ແບບ​ອື່ນ​, ຜ່ານ​ນັ້ນ ກໍ​ສ້າງ​ລະ​ບົບ​ການ​ສະ​ໜອງທີ່​ເປັນ​ປົກ​ກະ​ຕິ​, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ແລກ​ປ່ຽນ​ສິນ​ຄ້າ​ລະ​ຫວ່າງ​ສອງ​ປະເທດ​.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin (ພາບ: VNA)

​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖ່ິນ​), ທີ່​ສຳ​ນັກ​ງານ​ສະ​ພາ ສະ​ຫະ​ພັນ​ລັດ​ເຊຍ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ກໍໄດ້​ພົບ​ປະ​ກັບ ​ທ່ານ​ນາງ Valentina Matvienko ປະ​ທານ​ສະ​ພາ ສະ​ຫະ​ພັນລັດ​ເຊຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ການ​ນຳສະ​ພາ​ແຫ່ງ​ຊາດ​, ບັນ​ດາ​ກຳ​ມາ​ທິ​ການ​ສະ​ເພາະ​ກິດ​, ກຸ່ມ​ບັນ​ດາ​ສະ​ມາ​ຊິກລັດຖະ​ສະ​ພາ​ມິດ​ຕະ​ພາບ​, ແບ່ງ​ປັນ​ບົດ​ຮຽນດ້ານ​ນິ​ຕິ​ບັນ​ຍັດ​, ຕິດ​ຕາມ​ກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​.

​ສ່ວນ​ທ່ານ​ນາງ ປະ​ທານ​ສະ​ພາ ສະ​ຫະ​ພັນລັດ​ເຊຍ Valentina Matvienko ຢັ້ງ​ຢືນ​ວ່າ​: ສະ​ພາ​ສະ​ຫະ​ພັນ ກຽມ​ພ້ອມ​ສົມ​ທົບ​ກັນ​ຢ່າງແໜ້ນ​ແຟ້ນ​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ກຳ​ນົດ​ທິດ ແລະ ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​.

​ກ່ອນ​ໜ້າ​ນັ້ນ​, ທີ່​ການ​ພົບ​ກັບ ​ທ່ານ Dmitry Medvedev, ປະ​ທານ​ພັກ ປະ​ເທດ​ລັດ​ເຊຍ ເອ​ກະ​ພາບ​, ຮອງ​ປະ​ທານສະ​ພາ ຄວາມ​ໝັ້ນ​ຄົງ ສະ​ຫະ​ພັນລັດ​ເຊຍ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ຢັ້ງ​ຢືນວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ ລັດ​ເຊຍ​, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເອ​ກະ​ລາດ​, ເປັນ​ເຈົ້າ​ຕົນ​ເອງ​, ຫັນ​ເປັນ​ຫຼາຍ​ຝ່າຍ​, ຫຼາຍ​ຮູບ​ຫຼາຍ​ແບບ​; ທ່ານປາດ​ຖະ​ໜາ​ຈະພ້ອມ​ກັບ​ ລັດ​ເຊຍ ສືບ​ຕໍ່​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້ພັດ​ທະ​ນາ​ນັບ​ມື້​ນັບ​ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ​.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ຢ່າງຈົບງາມ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ຢ່າງຈົບງາມ

ຕອນ​ເຊົ້າ​ວັນ​ທີ 9 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ທ່ານ ເຈິ່ນ​ແທັງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ Seoul, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ ເກົາ​ຫຼີ ຢ່າງ​ຈົບ​ງາມ​ ແລະ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ມົງ​ໂກລີ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ Sandag Byambatsogt ປະ​ທານ​ສະ​ພາ​ແຫ່ງ​ຊາດ ມົງ​ໂກລີ ແລະ ພັນ​ລະ​ຍາ​.

Top