• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

IAEA ຮຽກ​ຮ້ອງ​ ອີ​ຣານ ເຊື່ອມ​ຕໍ່​ການ​ຮ່ວມ​ມື​ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ກຳ​ລັງເພີ່​ມ​ຂຶ້ນ

ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ນັດ​ສາ​ມັນ​ຂອງ​ສະ​ພາ​ຜູ້​ວ່າ​ການ IAEA ຢູ່ ວຽນ​ນາ (ໂອ​ຕາ​ລິດ), ທ່ານ Grossi ຖື​ວ່າ​ເລື່ອງ ອີ​ຣານ ອະ​ນຸ​ຍາດໃຫ້​ອົງ​ການ​ນີ້​ເຂົ້າ​ເຖິງ ບັນ​ດາ​ຮາກ​ຖານ​ນິວ​ເຄຼຍ​ສຳ​ຄັນ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ກະ​ທົບ​ທີ່ຕັ້ງ​ໜ້າ.
(ພາບ​ປະ​ກອບ: VNA)
ວັນ​ທີ 7 ກັນ​ຍາ, ທ່ານ Rafael Grossi ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ພະ​ລັກ​ງ​ງານ ປະ​ລະ​ມາ​ນູ​ສາ​ກົນ (IAEA) ໄດ້​ຮຽກ​ຮ້ອງ​ອີ​ຣານ​ເຊື່ອມ​ຕໍ່​ການ​ຮ່ວມ​ມື, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ທາງ​ທິດ​ຕາ​ເວັນ​ຕົກ​ຊຸກ​ຍູ້​ການ​​ຍື່ນ​ສະ​ເໜີ ​ເອ​ກະ​ສານ​ນິວ​ເຄຼຍ​ຂອງ​ປະ​ເທດ​ນີ້​ຂຶ້ນ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ນັດ​ສາ​ມັນ​ຂອງ​ສະ​ພາ​ຜູ້​ວ່າ​ການ IAEA ຢູ່ ວຽນ​ນາ (ໂອ​ຕາ​ລິດ), ທ່ານ Grossi ຖື​ວ່າ​ເລື່ອງ ອີ​ຣານ ອະ​ນຸ​ຍາດໃຫ້​ອົງ​ການ​ນີ້​ເຂົ້າ​ເຖິງ ບັນ​ດາ​ຮາກ​ຖານ​ນິວ​ເຄຼຍ​ສຳ​ຄັນ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ກະ​ທົບ​ທີ່ຕັ້ງ​ໜ້າ. IAEA ຍັງ​ບໍ່​ທັນ​ໄດ້​ເຂົ້າ​ເຖິງ​ບັນ​ດາ​ຮາກ​ຖານ​ນີ້​ນັບ​ແຕ່ເກີດ​ການ​ປະ​ທະ​ກັນ​ແກ່​ຍາວ​ເປັນ​ເວ​ລາ 12 ວັນ​ເມື່ອ​ເດືອນ ມິ​ຖຸ​ນາ 2025, ໃນ​ນັ້ນ​ອິດ​ສະ​ລາ​ແອັນ ແລະ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ສະ​ຖານ​ທີ່​ນິວ​ເຄຼຍ​ຂອງ ອີ​ຣານ. ມີ​ຮາກ​ຖານ​ຈຳ​ນວ​ນ​ໜຶ່ງສືບ​ຕໍ່​ຖືກ​ບຸກ​ໂຈມ​ຕີ​ໃນ​ການ​ປະ​ທະ​ກັນຄັ້ງ​ໃໝ່​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 28 ກຸມ​ພາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ

Top