• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດ​ແໜ້ນ​ການຄວບ​ຄຸມ, ແກ້​ໄຂ​ການ​ລະ​ເມີດ​ໃນ​ການ​ຂຸດ​ຄົ້ນ IUU ຢ່າງ​ເດັດ​ຂາດ

ບັນ​ດາ​ຫົວ​ໜ່ວຍ​ຕ້ອງ​ເຕົ້າ​ໂຮມ​ກຳ​ລັງ, ພາ​ຫະ​ນະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ບັນ​ຊາ​ການ​ທະ​ຫານ​​ຊາຍ​ແດນ​ແຂວງ​ກ່າ​ເມົາ​ກ່ຽວ​ກັບ​ວຽກ​ງາ​ນ​ຕ້ານ​ IUU ຢ່າງ​ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ.
​ທ່ານ​ພັນ​ເອກ​ພິ​ເສດ ບຸຍອ​ຽນ​ຕິ້ງ, ຮອງ​ຫົວ​ໜ້າ​ກົມ​ສູ້​ຮົບ, ກົມ​ໃຫຍ່​ເສ​ນາ​ທິ​ການ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາ​ບ: VNA)
​ໃນ​ວັນ​ທີ 6 – 7 ກັນ​ຍາ, ຄະ​ນະ​​ປະ​ຕິ​ບັດ​ງານລະ​ຫວ່າງ​ຂະ​ແໜ​ງ (ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຂຸດ​ຄົ້ນ IUU) ໂດຍ​ທ່ານ​ພັນ​ເອກ​ພິ​ເສດ ບຸຍອ​ຽນ​ຕິ້ງ, ຮອງ​ຫົວ​ໜ້າ​ກົມ​ສູ້​ຮົບ, ກົມ​ໃຫຍ່​ເສ​ນາ​ທິ​ການ​ (ອົງ​ການ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຂຸດ​ຄົ້ນ IUU), ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ລົງ​ກວດ​ກາ​ວຽກ​ງານ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ​ປະ​ຕິ​ບັດ​ຕາມ ຂໍ້​ກຳ​ນົດ (IUU) ຢູ່​ປ້ອມ​ທະ​ຫານ​​ຊາຍ​ແດນ ໂຊງ​ດົກ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ ກ່າ​ເມົາ . ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ການ​ນຳ​ແຂວງ​ກ່​າ​ເມົາ, ທ່ານ​ພັນ​ເອກພິ​ເສດ ບຸຍ​ອຽນ​ຕິງ ຮຽກ​ຮ້ອງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ຫົວ​ໜ່ວຍ​ຕ້ອງ​ເຕົ້າ​ໂຮມ​ກຳ​ລັງ, ພາ​ຫະ​ນະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ບັນ​ຊາ​ການ​ທະ​ຫານ​​ຊາຍ​ແດນ​ແຂວງ​ກ່າ​ເມົາ​ກ່ຽວ​ກັບ​ວຽກ​ງາ​ນ​ຕ້ານ​ IUU ຢ່າງ​ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ

Top