ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ຕາມນັກຂ່າວສຳນັກຂ່າວສານຫວຽດນາມ, ຕອນບ່າຍວັນທີ 31 ຕຸລາ 2022, ຢູ່ຫໍສະພາປະຊາຊົນ ນະຄອນຫຼວງ ປັກກິ່ງ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.

ຕາມ​ນັກຂ່າວສຳນັກຂ່າວສານຫວຽດນາມ, ຕອນ​ບ່າຍ​ວັນ​ທີ 31 ຕຸລາ 2022, ຢູ່​ຫໍ​ສະພາ​ປະຊາຊົນ ​ນະຄອນຫຼວງ ​ປັກ​ກິ່ງ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ຫງວຽນ​ຝູ໋ຈ້ອງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ ກັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຈີນ, ທ່ານ​ປະທານ​ປະ​ເທດ ສີຈິ້ນຜິງ.

    

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ຕາງໜ້າການນໍາພັກ, ລັດ, ລັດຖະບານ ແລະ ປະຊາຊົນຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຫຼັງຈາກ 5 ປີ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນຜິງ ຖື​ວ່າ, ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳລັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ ຫວຽດນາມ - ຈີນ; ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເປັນຜູ້ນຳຄົນທຳອິດທີ່ ຈີນ ໄດ້ຮັບການຕ້ອນຮັບພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດ ຈີນ ແລະ ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ຈີນ ເປັນຄັ້ງທຳອິດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມຖື​ສຳຄັນ​ທີ່​ສຸດ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ພັກ ​ແລະ ​ສອງ​ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ໄດ້ສະແດງຄວາມ​ຂອບ​ອົກຂອບໃຈຕໍ່ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນຜິງ, ການ​ນຳ ​ແລະ ປະຊາຊົນ ​ຈີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍນຳ້ໃຈມິດຕະພາບ.

    

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຊົມເຊີຍ ຫວຽດນາມ ບັນລຸໄດ້ບັນດາຜົນງານອັນດີເດັ່ນໃນຊຸມປີຜ່ານມາ, ພິເສດແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ; ​ໄດ້​ຕີ​ລາຄາ​ສູງ​ທີ່​ກອງ​ປະຊຸມ​ໄດ້​ກຳນົດ​ຈຸດໝາຍ​ພັດທະນາ ​ແລະ ທິດ​ທາງ​ໃນ​ດ້ານ​ຕ່າງໆ​ໃນ​ໄລຍະປີ 2025, ປີ 2030 ​ແລະ ປີ 2045 - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນຜິງ ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ, ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ນຳໜ້າ, ປະຊາຊົນ​ ຫວຽດນາມ ຈະ​ປະຕິບັດບັນດາເປົ້າໝາຍ, ບັນດາ​ໜ້າ​ທີ່ ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ວາງ​ອອກ​ໃນ​ໄວໆ​ນີ້ ຢ່າງມີໄຊ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນຜິງ ຢືນຢັນ​ວ່າ ພັກ, ລັດຖະບານ ​ແລະ ປະຊາຊົນ ​ຈີນ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ; ປາດ​ຖະໜາ​ຢາກ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ​ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ນຳ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ໃຫ້​ພັດທະນາຢ່າງ​ເຂັ້ມ​ແຂງ ​ແລະ ໝັ້ນຄົງ​ພາຍ​ໃຕ້​ຄຳ​ຂວັນ “​ເພື່ອນ​ບ້ານ​ໃກ້​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ, ສະຖຽນ​ລະ​ພາບ​ໃນ​ໄລຍະ​ຍາວ, ມຸ່ງ​ໄປ​ເຖິງ​ອະນາຄົດ” ​ແລະ ຈິດ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ” ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

    

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະເຈລະຈາ ກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ.

ການ​ນຳ​ສອງ​ທ່ານ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ທິດ​ທາງ​ໃຫຍ່​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ຈີນ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ໝັ້ນຄົງ ແລະ ຍືນຍົງ ໃນໄລຍະຈະມາເຖິງ.

ໂດຍ​ຕາງໜ້າ​ໃຫ້​ພັກ ​ແລະ ລັດ ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ໄດ້​ເຊີນ ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນຜິງ ມາ​ຢ້ຽມຢາມ ຫວຽດນາມ​. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີຈິ້ນຜິງ ​ໄດ້​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຍິນ​ດີ​ຮັບ​ເອົາ​ຄຳ​ເຊີນ.

ປະຕິບັດ: VNA/VNP


top