ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມພິທີສະເຫຼີມ ສະຫຼອງ 72 ປີແຫ່ງວັນປະທານ ໂຮ່ຈິມິນ ມາຢ້ຽມຢາມວິຫານຮຸ່ງ
ຕອນເຊົ້າວັນທີ 19 ກັນຍາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານ ຮຸ່ງ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຟູທໍ້ ໄດ້ຈັດພິທີສະເຫຼີມສະຫຼອງ 72 ປີ ແຫ່ງວັນປະທານ ໂຮ່ຈິມິນ ມາຢ້ຽມຢາມວິຫານ ຮຸ່ງ (ວັນທີ 19 ກັນຍາ 1954 - ວັນທີ 19 ກັນຍາ 2026) ແລະ ເປີດສະຫຼອງກິດຈະກຳອະນຸສາວະລີ "ປະທານ ໂຮ່ຈິມິນ ພ້ອມກັບງານບຸນຂອງປະເທດຊາດ".
ກ່າວຄຳເຫັນພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕນເລີມ ຖືວ່າ
“ໃນຄຳສອນຂອງລຸງໂຮ່, ສອງຄຳສັບວ່າ “ພ້ອມກັນ” ໄດ້ຕັກເຕືອນພວກເຮົາກ່ຽວກັບກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດ. ການສ້າງສາ, ປົກປັກຮັກສາປະເທດຊາດແມ່ນພາລະກິດຂອງຊາວ ຫວຽດນາມ ໝົດທຸກຄົນ, ໃນທຸກແຖບຖິ່ນຂອງປະເທດ ແລະ ທົ່ວ 5 ທະວີບ. ນ້ຳໃຈພໍ່ແມ່ປະຊາຊົນ, ສະຕິຊະຕາກຳດ່ຽວກັນຕ້ອງໄດ້ຮັບການເພີ່ມພູນຄຸນສ້າງດ້ວຍຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນ ແລະ ໂອກາດ ປະກອບສ່ວນໃຫ້ແກ່ປະເທດຊາດ. ຄວາມສາມັກຄີຕ້ອງເລີ່ມຕົ້ນ ຈາກການຮັບຟັງ ປະຊາຊົນ, ເສິມຂະຫຍາຍສິດເປັນເຈົ້າ, ຮັບປະກັນຄວາມຍຸຕິທຳ ແລະ ເຄົາລົບຄວາມຫຼາກຫຼາຍຂອງປະຊາຄົມ.”
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບຄະນະຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳອະນຸສາວະລີ “ລຸງໂຮ່ ກັບວັນບຸນຂອງປະເທດຊາດ” ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານຮຸ່ງ ແຂວງຟູທໍ້.






