• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະສົນທະນາກັບເຈົ້າຈັກກະພັດ Naruhito ແລະ ພະມະເຫສີ ຍີ່ປຸ່ນ

ຕອນບ່າຍວັນທີ 11 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ພົບປະສົນທະນາກັບເຈົ້າຈັກກະພັດ ແລະ ພະມະເຫສີ ແຫ່ງຍີ່ປຸ່ນ.
ທີ່ການພົບປະສົນທະນາ (ພາບ: VNA)

​ທີ່ການພົບປະ​ສົນ​ທະ​ນາ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ​ແລະ ພັນລະຍາ ໄດ້​ແບ່ງ​ປັນກ່ຽວກັບ​ບັນ​ດາ​ການ​ເຄື່ອນ​ໄຫວແລກປ່ຽນ​ວັດ​ທະ​ນະ​ທຳຕ່າງໆ​ໃນການຢ້ຽມຢາມ, ກໍ​ຄື​ຄວາມຄ້າຍຄືກັນກ່ຽວ​ກັບ​ຄຸນລັກສະນະ ແລະ ວັດ​ທະ​ນະ​ທຳຂອງສອງປະເທດ. ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ​ເນັ້ນ​ໜັກ​ວ່າ ສອງປະເທດມີໂອກາດຫຼາຍຢ່າງເພື່ອ​ຊຸກ​ຍູ້ການຮ່ວມມືໃນ​ບັນ​ດາຂົງ​ເຂດ​ການ​​ສຶກສາ, ​ບຳ​ລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສາ​ທາ​ລະ​ນະ​ສຸກ, ວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນ​ທາງ​ອອກ​ຈາກ ໂຕ​ກຽວ, ສິ້ນ​ສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ແຕ່ວັນທີ 8-11 ພະຈິກ 2026.

(ແຫຼ່ງຄັດຈາກ VOV)

ມີພະນັກງານ, ນາຍທະຫານກວ່າ 2.000 ຄົນ ເຂົ້າຮ່ວມການຝຶກຊ້ອມພິທີໄຂງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026

ມີພະນັກງານ, ນາຍທະຫານກວ່າ 2.000 ຄົນ ເຂົ້າຮ່ວມການຝຶກຊ້ອມພິທີໄຂງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026

ເຂົ້າຮ່ວມໜ້າທີ່ຝຶກຊ້ອມ, ສະແດງໃນລາຍການສະແດງສິລະປະທີ່ພິທີໄຂງານວາງສະແດງປ້ອງກັນຊາດສານກົນ ຫວຽດນາມ 2026, ມີການເຂົ້າຮ່ວມຂອງພະນັກງານ, ນາຍທະຫານກວ່າ 2,000 ຄົນ ທີ່ມາຈາກຫຼາຍກົມກອງ.

Top