ຕອນບ່າຍວັນທີ 11 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ພົບປະສົນທະນາກັບເຈົ້າຈັກກະພັດ ແລະ ພະມະເຫສີ ແຫ່ງຍີ່ປຸ່ນ.
ທີ່ການພົບປະສົນທະນາ (ພາບ: VNA)
ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄດ້ແບ່ງປັນກ່ຽວກັບບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳຕ່າງໆໃນການຢ້ຽມຢາມ, ກໍຄືຄວາມຄ້າຍຄືກັນກ່ຽວກັບຄຸນລັກສະນະ ແລະ ວັດທະນະທຳຂອງສອງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ ສອງປະເທດມີໂອກາດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳໃນໄລຍະຈະມາເຖິງ.
ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ໂຕກຽວ, ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ແຕ່ວັນທີ 8-11 ພະຈິກ 2026.