ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ໃນຕອນເຊົ້າວັນທີ 11 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ພະແນກຫຼັກຊັບ ໂຕກຽວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບຜູ້ຕາງໜ້າອົງການຈັດຕັ້ງການເງິນແຖວໜ້າຂອງ ຍີ່ປຸ່ນ ຈຳນວນໜຶ່ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້ແຂ້ງວ່າ:
“ຂ້າພະເຈົ້າຫວັງວ່າ ບັນດາທະນາຄານ, ບໍລິສັດຫຼັກຊັບ, ກອງທຶນລົງທຶນ, ອົງການປະກັນໄພ ແລະ ອົງການການເງິນ ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງຕະຫຼາດ, ບັນດາເຄື່ອງມືທາງດ້ານການເງິນທີ່ທັນສະໄໝ, ບັນດາຜະລິດຕະພັນລົງທຶນໃນໄລຍະຍາວ ແລະ ກຳລັງຄວາມສາມາດໃນການຄຸ້ມຄອງຄວາມສ່ຽງ. ພ້ອມກັນນັ້ນ, ພວກຂ້າພະເຈົ້າສົ່ງເສີມພວກເພື່ອນຄົ້ນຄວ້າຄວາມເປັນໄປໄດ້ໃນການເຂົ້າຮ່ວມໃນການໃຫ້ຄຳປຶກສາ, ການຈັດແຈງ ແລະ ການລົງທຶນໃສ່ບັນດາເຄື່ອງມືລະດົມທຶນສາກົນທີ່ເໝາະສົມຂອງລັດຖະບານ ແລະ ວິສາຫະກິດ ຫວຽດນາມ. ເປົ້າໝາຍແມ່ນສ້າງຕະຫຼາດການເງິນ ຫວຽດນາມ ທີ່ມີກຳລັງແກ່ງແຍ້ງ, ມີກຳລັງຄວາມສາມາດຢ່າງພຽງພໍໃນການລະດົມ ແລະ ຈັດແບ່ງບັນດາແຫຼ່ງກຳລັງໃນໄລຍະຍາວໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ”.
ຕອນເຊົ້າວັນດຽວກັນຢູ່ ໂຕກຽວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້ພົບປະກັບບໍລິສັດ ແລະ ວິສາຫະກິດຂະໜາດໃຫຍ່ຂອງ ຍີ່ປຸ່ນ ຈຳນວນໜຶ່ງ.






