ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບອົງການຈັດຕັ້ງການເງິນແຖວໜ້າ ຍີ່ປຸ່ນ ຈຳນວນໜຶ່ງ

ຂ້າພະເຈົ້າຫວັງວ່າ ບັນດາທະນາຄານ, ບໍລິສັດຫຼັກຊັບ, ກອງທຶນລົງທຶນ, ອົງການປະກັນໄພ ແລະ ອົງການການເງິນ ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງຕະຫຼາດ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບຜູ້ຕາງໜ້າອົງການຈັດຕັ້ງເງິນແຖວໜ້າຂອງ ຍີ່ປຸ່ນ ຈຳນວນໜຶ່ງ. (ພາບ: VNA)  

ໃນຂອບເຂດການຢ້ຽມຢາມ ຍີ່​ປຸ່ນ ຢ່າງເປັນທາງການ, ໃນຕອນເຊົ້າວັນທີ 11 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່​ພະ​ແນກຫຼັກຊັບ ໂຕກຽວ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ພົບປະກັບຜູ້ຕາງໜ້າອົງ​ການ​ຈັດ​ຕັ້ງການເງິນ​ແຖວ​ໜ້າ​ຂອງ ຍີ່ປຸ່ນ ຈຳ​ນວນ​ໜຶ່ງ. ກ່າວ​ຄຳ​ເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ຊີ້​ແຂ້ງວ່າ:

“ຂ້າພະເຈົ້າຫວັງວ່າ ບັນ​ດາທະນາຄານ, ບໍລິສັດຫຼັກຊັບ, ກອງທຶນລົງທຶນ, ​ອົງ​ການ​ປະກັນໄພ ແລະ ອົງ​ການ​ການເງິນ ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບ ຫວຽດ​ນາມ ໃນການພັດທະນາພື້ນຖານໂຄງລ່າງຕະຫຼາດ, ບັນ​ດາເຄື່ອງມືທາງ​ດ້ານ​ການເງິນທີ່​ທັນ​ສະ​ໄໝ, ​ບັນ​ດາຜະລິດຕະພັນລົງທຶນໃນໄລຍະຍາວ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການຄຸ້ມຄອງຄວາມສ່ຽງ. ພ້ອ​ມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ສົ່ງ​ເສີມ​ພວກ​ເພື່ອນ​ຄົ້ນ​ຄວ້າຄວາມເປັນໄປໄດ້ໃນການເຂົ້າຮ່ວມໃນການໃຫ້ຄຳປຶກສາ, ການຈັດແຈງ ແລະ ການລົງທຶນ​ໃສ່​ບັນ​ດາເຄື່ອງມືລະດົມທຶນສາກົນທີ່ເໝາະສົມ​ຂອງລັດຖະບານ ແລະ ວິ​ສາ​ຫະ​ກິດ ຫວຽດນາມ. ເປົ້າໝາຍແມ່ນສ້າງຕະຫຼາດການເງິນ ຫວຽດນາມ ທີ່ມີກຳ​ລັງ​ແກ່ງ​ແຍ້ງ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ໃນ​ການ​ລະ​ດົມ ແລະ ຈັດ​ແບ່ງ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນໄລຍະຍາວ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”.

ຕອນເຊົ້າວັນ​ດຽວ​ກັນ​ຢ​ູ່ ໂຕກຽວ, ທ່ານເລຂາທິການໃຫຍ່, ປະ​ທານ​ປ​ະ​ເທດ​ ໂຕ​ເລີມ ກໍ່ໄດ້ພົບປະກັບບໍລິສັດ ແລະ ​ວິ​ສາ​ຫະ​ກິດຂະໜາດໃຫຍ່ຂອງ ຍີ່ປຸ່ນ ຈຳ​ນວນ​ໜຶ່ງ.


top